ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ອອກແຈ້ງການແນະນໍາໃນບໍ່ດົນມານີ້ເຖິງ ບັນດາໂຄງການ, ບໍລິສັດ ແລະ ໂຮງງານ ທີ່ຈໍາເປັນຕ້ອງໄດ້ເປີດກິດຈະການ ຫຼື ດໍາເນີນທຸລະກິດ ແມ່ນໃຫ້ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດ.
ບັນດາເງື່ອນໄຂປະກອບມີ: ໂຄງການ, ບໍລິສັດ ແລະ ໂຮງງານຕ້ອງມີພື້ນທີ່ເຮັດວຽກເປັນຂອບເຂດສະເພາະ (ມີບ່ອນເຮັດວຽກ, ບ່ອນພັກເຊົາໃນຂອບເຂດສະເພາະໄດ້ມາດຕະຖານໃຫ້ພະນັກງານ-ກໍາມະກອນຢ່າງພຽງພໍ), ມີສະຖານທີ່ເຮັດວຽກ, ຫ້ອງອາຫານ ແລະ ທີ່ພັກບໍ່ແອອັດ ແລະ ຮັບປະກັນໄລຍະຫ່າງກັນ 1 ແມັດ, ມີລົດຮັບສົ່ງພະນັກງານ-ກໍາມະກອນ, ມີນໍ້າສະອາດເພື່ອນໍາໃຊ້ຢ່າງພຽງພໍ ຕະຫຼອດ 24 ຊົ່ວໂມງ ມີບ່ອນລ້າງມື ພ້ອມທັງສະບູ, ເຈວລ້າງມື ແລະ ຜ້າອັດດັງ-ປາກໃຫ້ພຽງພໍສໍາລັບພະນັກງານ-ກໍາມະກອນທຸກໆຄົນ, ມີເຈົ້າໜ້າທີ່ຮັກສາເວນຍາມຕະຫຼອດ 24 ຊົ່ວໂມງ ເພື່ອກວດກາຄົນ, ມີໜ່ວຍງານອະນາໄມກໍາຈັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອທີ່ອາດສ່ຽງຕໍ່ການຕິດເຊື້ອພະຍາດ, ມີການອໍານວຍຄວາມສະດວກໃຫ້ແກ່ທີມແພດ ເຂົ້າໄປຕິດຕາມກວດກາ ເຜີຍແຜ່ຄວາມຮູ້ກ່ຽວກັບພະຍາດໂຄວິດ-19 ໃນແຕ່ລະໄລຍະ.
ໂຄງການ, ບໍລິສັດ ແລະ ໂຮງງານຕ້ອງໄດ້ຮັບການກວດກາຮັບຮອງຈາກໜ່ວຍງານກ່ຽວຂ້ອງຂອງຄະນະສະເພາະກິດເພື່ອຕ້ານ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ຕ້ອງໄດ້ເຮັດສັນຍາ ຫຼື ບົດບັນທຶກຄັກແນ່ ໂດຍມອບໃຫ້ໂຄງການ, ບໍລິສັດ ແລະ ໂຮງງານຮັບຜິດຊອບທັງໜົດຕໍ່ເຫດການລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢູ່ໃນບໍລິສັດທີ່ຕົນຮັບຜິດຊອບພຽງຜູ້ດຽວ ໃນນີ້ລວມທັງ ລາຍຈ່າຍຕ່າງໆທີ່ອາດຈະເກີດຂຶ້ນ, ຖ້າບໍ່ປະຕິບັດຕາມເງື່ອນໄຂ ແລະ ມາດຕະການທີ່ບັນທຶກກັນໄວ້ ໂຄງການ, ບໍລິສັດ ແລະ ໂຮງງານແມ່ນຈະຖືກຕັກເຕືອນ ຖ້າບໍ່ມີການແກ້ໄຂຮີບດ່ວນ ແມ່ນຈະຖືກສັ່ງໂຈະ ຫຼື ປັບໃໝ ແລະ ດໍາເນີນການຕາມລະບຽບກົດໝາຍຂອງ ສປປ ລາວ.
ຂ່າວ: ວຽງຈັນທາຍ
ພາບ: ຄໍາພັນ