Vientiane Times Lao
ພິທີອັນເຊີນຮູບປັ້ນປະທານ ໄກສອນ ພົມວິຫານ ປະດິດສະຖານ ຢູ່ຫໍຜາສາດ

ພິທີອັນເຊີນຮູບປັ້ນປະທານ ໄກສອນ ພົມວິຫານ ປະດິດສະຖານ ຢູ່ຫໍຜາສາດ

ພິທີອັນເຊີນຮູບປັ້ນຫຼ່ໍເຄີ່ງຄີງ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວ ມາປະດິດສະຖານໄວ້ ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ທີ່ຫ້ອງວ່າການປົກຄອງເມືອງໄຊບົວທອງ ແຂວງ ຄໍາມ່ວນໄດ້ຈັດຂຶ້ນເມື່ອມໍ່ໆມານີ້ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄໍາມ່ວນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ,ໄດ້ມີກິດຈະກໍາ ໃສ່ບາດ ຕາມຮີດຄອງປະເພນີອັນດີງາມຂອງປວງຊົນລາວ, ແຫ່ຮູບຫຼ່ໍເຄິ່ງຄີງ ຈາກຕໍ່ໜ້າຫ້ອງວ່າການປົກຄອງເມືອງ ເຂົ້າສູ່ອະນຸສາວະລີປະທານໄກສອນ ພົມວິຫານ ແລະ ໄດ້ແຫ່ອ້ອມອະນຸສາວະລີທີ່ຈະປະດິດສະຖານຈຳນວນ 3 ຮອບ.ຈາກນັ້ນ, ກໍໄດ້ອັນເຊີນຮູບປັ້ນຫຼ່ໍເຄິ່ງຄີງຂອງປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານຢູ່ໃນຫໍຜາສາດ.

ທີ່ມາຂ່າວ-ພາບ: ກອງຄໍາ

Related Articles

Leave a Reply