Vientiane Times Lao
ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ຄົນ ເປັນຊາວຕ່າງຊາດທີ່ເດີນທາງເຂົ້າມາລາວ

ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ຄົນ ເປັນຊາວຕ່າງຊາດທີ່ເດີນທາງເຂົ້າມາລາວ

ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 1 ຄົນ, ເຊິ່ງແມ່ນກໍລະນີມາຈາກຕ່າງປະເທດ ຜູ້ກ່ຽວເປັນພະນັກງານ ບໍລິສັດພູເບ້ຍມາຍນິງ ເພດຊາຍ ອາຍຸ 55 ປີ ສັນຊາດ ປາປົວນິວກີເນຍ, ມາຮອດປະຈຸບັນນີ້ເພີ່ມເປັນ 11 ​ຄົນ.

ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດ ໄດ້ແຈ້ງໃຫ້ຊາບໃນການຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 5 ເມສາ 2020 ນີ້ວ່າ: ໃນວັນທີ 4 ເມສາ 2020, ໄດ້ມີກໍລະນີສົງໄສ ແລະ ເກັບຕົວຢ່າງມາກວດ 31 ຄົນ ໂດຍກວດພົບຜູ້ຕິດເຊື້ອພະຍາດດັ່ງກ່າວ 1 ຄົນ ສັນຊາດ ປາປົວນິວກີເນຍ, ຜູ້ກ່ຽວມີປະຫວັດການເດີນທາງຈາກ ປາປົວນິວກີເນຍ ຜ່ານປະເທດສິງກະໂປ ວັນທີ 21 ມີນາ 2020 ແລະ ວັນທີ 22 ມີນາ 2020 ພັກຢູ່ສິງກະໂປ, ວັນທີ 23 ມີນາ 2020 ເດີນທາງເຂົ້າມາລາວ ຜ່ານສະໜາມບິນ ປະເທດໄທ ແລະ ວັນທີ 23 ຫາ 24 ມີນາ 2020 ພັກຢູ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ.

ຈາກນັ້ນໃນວັນທີ 25 ມີນາ 2020 ເດີນທາງໂດຍລົດຕູ້ບໍລິສັດໄປ ບໍລິສັດພູເບ້ຍມາຍນິງ ມີຜູ້ຮ່ວມເດີນທາງ 11 ຄົນ ໃກ້ຊິດ ແລະ ພົວພັນຢູ່ບ່ອນເຮັດວຽກປະມານ 100 ຄົນ.

ມາຮອດວັນທີ 3 ເມສາ 2020 ຜູ້ກ່ຽວ ເລີ່ມມີອາການໄຂ້, ໄອ, ເຈັບຄໍ, ເຈັບຫົວ ແລະ ໃນວັນທີ 4 ເມສາ 2020 ເວລາ 10:00 ໂມງ ໄດ້ເຂົ້າມາກວດຢູ່ ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອພະຍາດ ໂຄວິດ-19. ປະຈຸບັນແມ່ນນອນປິ່ປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ.

ຜູ້ຕິດເຊື້ອຜູ້ທີ 11 ນີ້ເປັນຊາວຕ່າງປະເທດ ເຊິ່ງເຮັດວຽກຢູ່ ບໍລິສັດພູເບ້ຍມາຍນິງ ແລະ ກຳລັງໄດ້ຮັບການຮັກສາປິ່ນປົວໃນປະຈຸບັນ. ສິ່ງທີ່ສຳຄັນແມ່ນຕ້ອງໄດ້ສົ່ງທີມງານລົງສຳຫຼວດເກັບກຳຂໍ້ມູນຜູ້ສຳຜັດໃກ້ຊິດກັບຜູ້ກ່ຽວໂດຍເລີ່ມຈາກຖ້ຽວບິນອອກຈາກປະເທດໄທ ມາລາວ, ບ່ອນພັກເຊົາຢູ່ໂຮງແຮມຄລາວພາຊາ, ການຂີ່ລົດຕູ້ບໍລິສັດຈາກໂຮງແຮມໄປບໍລິສັດ, ເຊິ່ງມີຜູ້ຮ່ວມເດີນທາງ 11 ຄົນ, ເພື່ອນຮ່ວມງານເຮັດວຽກໃກ້ຊິດ ຢູ່ບໍລິສັດປະມານ 100 ຄົນ.

ນອກຈາກນັ້ນ ຍັງຈະໄດ້ມີການອະນາໄມ ຂ້າເຊື້ຶອໃນລົດຕູ້, ບ່ອນເຮັດວຽກ, ບ່ອນພັກເຊົາ, ເຝົ້າລະວັງ ແລະ ຈຳກັດບໍລິເວນ, ພ້ອມທັງຕິດ ຕາມອາການ ຜູ້ສໍາຜັດຢ່າງໃກ້ຊິດ ເກັບຕົວຢ່າງມາກວດວິເຄາະ ແລະ ໃຫ້ບໍລິສັດພູເບ້ຍມາຍນິງ ຢຸດຕິການເຮັດວຽກຊົ່ວຄາວ.

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ

Related Articles

Leave a Reply