ກະຊວງແຜນການ ແລະ ການລົງທຶນ ຊີ້ໃຫ້ເຫັນວ່າ: ຂອດການບໍລິການ ແລະ ການສ້າງເງື່ອນໄຂສະດວກໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດ ຍັງເຮັດບໍ່ໄດ້ດີ ແລະ ມີລັກສະນະແກ່ຍາວ ການກວດກາຄຸ້ມຄອງໂຄງການຢູ່ພາກສະໜາມບໍ່ທົ່ວເຖິງ ຈຶ່ງເຮັດໃຫ້ມີບາງໂຄງການຍັງແຕະຕ້ອງຜົນປະໂຫຍດຂອງປະຊາຊົນໂດຍສະເພາະບັນຫາການສຳປະທານທີ່ດິນ.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນເມື່ອບໍ່ດົນມານີ້ວ່າ : ບັນຫາທີ່ຍັງຄົງຄ້າງບໍ່ທັນບັນລຸໄດ້ຕາມຄວາມຕ້ອງການ ຂອງການພັດທະນາໃນໄລຍະໃໝ່ ແມ່ນຄວາມຮັບຜິດຊອບຂອງພະນັກງານ ທີ່ມີຢູ່ໃນກົມກອງຕ່າງໆແມ່ນມີຫຼາຍ ແຕ່ຄວາມສາມາດການເຮັດບົດບາດເປັນເສນາທິການໃນການຕິດຕາມ ແລະ ຄຸ້ມຄອງເສດຖະກິດມະຫາພາກ ໂດຍສະເພາະການຄົ້ນຄວ້າຊອກຫາມາດຕະການແກ້ໄຂ ຫຼື ການຮັບມືກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຍັງບໍ່ເລິກເຊິ່ງ ບໍ່ທັນສະພາບກັບການປ່ຽນແປງໃໝ່. ນອກນັ້ນ ຂອດການບໍລິການ ແລະ ການສ້າງເງື່ອນໄຂສະດວກໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດ ຍັງເຮັດບໍ່ໄດ້ດີ ຍັງມີລັກສະນະແກ່ຍາວ ມີບາງໂຄງການທີ່ຍັງກວດສອບບໍ່ລະອຽດ ເຮັດໃຫ້ແຕະຕ້ອງຜົນປະໂຫຍດຂອງປະຊາຊົນ ແລະ ລັດຕົກທ່າເສຍປຽບນັກລົງທຶນ ກໍ່ຍ້ອນການຄຸ້ມຄອງແຜນການ ແລະ ໂຄງການລົງທຶນຂອງລັດບໍ່ທົ່ວເຖິງ ເພາະການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນຍັງເຮັດບໍ່ໄດ້ດີ ຫຼາຍໂຄງການຍັງບໍ່ທັນຮັບປະກັນໃຫ້ເປົ້າໝາຍຂອງລັດຖະບານບັນລຸຕາມແຜນ ໂດຍສະເພາະການຊຸກຍູ້ສົ່ງເສີມເສດຖະກິດທ້ອງຖິ່ນ.
ທ່ານ ສອນໄຊ ໄດ້ກ່າວຕື່ມວ່າ : ເພື່ອແກ້ໄຂຂໍ້ຄົງຄ້າງ ແລະ ບັນຫາຕ່າງໆທີ່ກ່າວມານັ້ນໃຫ້ມີປະສິດທິຜົນທັນກັບສະພາບການປ່ຽນແປງໃໝ່ ຢາກຮຽກຮ້ອງໃຫ້ສະມາຊິກພັກ-ພະນັກງານທົ່ວກະຊວງແຜນການ ແລະ ການລົງທຶນເພີ່ມທະວີການເອົາໃຈໃສ່ຕື່ມ ແລະ ພ້ອມກັນແກ້ໄຂຂໍ້ຄົງຄ້າງຕ່າງໆໃຫ້ບັນລຸຜົນທາງດ້ານປະລິມານ ແລະ ຄຸນນະພາບ ໃຫ້ສົມຄູ່ກັບການພັດທະນາໃນຍຸກໃໝ່.
ຂ່າວ : ສົມພາວັນ