Vientiane Times Lao
ພົບໂຕປີງໃນຕຸກນໍ້າດື່ມ, ເຈົ້າຂອງໂຮງງານຢືນຢັນບໍ່ມີຄວາມຈິງ

ພົບໂຕປີງໃນຕຸກນໍ້າດື່ມ, ເຈົ້າຂອງໂຮງງານຢືນຢັນບໍ່ມີຄວາມຈິງ

ຜູ້ບໍລິໂພກນໍ້າດື່ມບໍລິສຸດຄົນໜຶ່ງຂອງໂຮງງານແສງທອງ ຢູ່ເມືອງ ທຸລະຄົມ, ແຂວງວຽງຈັນ ໄດ້ພົບໂຕປງຢູ່ໃນຕຸກນໍ້າດື່ມບໍລິສຸດ ແສງທອງຢູ່ໃນງານມັດແຂນຂຶ້ນເຮືອນໃໝ່ ຢູ່ບ້ານສຸກສາລາ ແລະ ໄດ້ມີການຖ່າຍຮູບ ແລະ ວິດີໂອ ອອກທາງສື່ສັງຄົມອອນລາຍ ໃນວັນທີ 9 ທັນວາ ທີ່ຜ່ານມານັ້ນ, ເຈົ້າຂອງໂຮງງານນໍ້າດື່ມບໍລິສຸດ ແສງທອງ ໄດ້ອອກມາຢືນຢັນກັບທີມງານວຽງຈັນທາຍ ວ່າ ບໍ່ມີຄວາມຈິງ  ແລະ ອາດຈະເກີດຈາກຜູ້ບໍລິໂພກເອງທີ່ໃຊ້ນໍ້າໝົດແລ້ວ ໄປຕັກເອົານໍ້າຢູ່ຕາມໜອງນໍ້າມາໃສ່ຕຸກ ໂດຍບໍ່ຮູ້ວ່າມີໂຕປີງ.

ທ່ານ ແສງທອງ ດີໂສພີ ເຈົ້າຂອງໂຮງງານນໍ້າດື່ມບໍລິສຸດແສງທອງ ໄດ້ໃຫ້ສຳພາດຕໍ່ທີມງານວຽງຈັນທາຍ ມື້ເຊົ້ານີ້ ວັນທີ 18 ທັນວາ 2019 ວ່າ ເປັນໄປບໍ່ໄດ້ແນ່ນອນທີ່ຈະພົບໂຕປີງ ຫຼື ສິ່ງເຈືອປົນຕ່າງໆໃນຕຸກນໍ້າດື່ມບໍລິສຸດ ຂອງພວກເຮົາ ເພາະນໍ້າທີ່ນໍາມາຜະລິດແມ່ນໃຊ້ນໍ້າບາດານ, ນອກນັ້ນຂະບວນການຜະລິດຍັງໃຊ້ລະບົບການກອງແບບ Reverse Osmosis ຫຼື RO (ອາໂອ) ແລະ ຂ້າເຊື້ອດ້ວຍແສງອຸນຕຣາໄວໂອເຣດ ຊຶ່ງພາຍໃນເປັນລະບົບປິດບໍ່ມີອາກາດ ແລະ ມີແຮງດັນນໍ້າສູງ ດັ່ງນັ້ນສັດທຸກປະເພດຈະບໍ່ສາມາດດຳລົງຊີວິດຢູ່ໄດ້ ນອກນັ້ນທາງໂຮງງານຍັງໄດ້ຮັບໃບອະນຸຍາດ ແລະ ມີການກວດສອບຄຸນນະພາບນໍ້າເປັນປະຈຳ ຈາກກົມອາຫານ ແລະ ຢາ. ຈາກສາເຫດດັ່ງກ່າວສາມາດເວົ້າໄດ້ວ່າ ຕົ້ນເຫດເກີດຈາກປາຍທາງກໍ່ຄືວິທີການນຳໃຊ້ຂອງຜູ້ບໍລິໂພກເອງ ເພາະຜູ້ບໍລິໂພກແຈ້ງມາວ່າໄດ້ໄຂຝາຕຸກປະໄວ້ ແລະ ເຮັດໃຫ້ສິ່ງເຈືອປົນຕົກໄປໃນຕຸກນໍ້າໄດ້.

ທ່ານແສງທອງ ໄດ້ກ່າວຕື່ມວ່າ ອີກປະການໜຶ່ງ ສັງເກດເບິ່ງຮູບ ແລະ ວິດີໂອທີ່ອອກຢູ່ສື່ສັງຄົມອອນລາຍກ່ຽວກັບເລື່ອງນີ້ເຫັນວ່າ ນໍ້າຈະເຫຼືອເຄິ່ງຕຸກ ແລະ ສີນໍ້າຂຸ່ນ ເປັນໄປໄດ້ວ່ານໍ້າບໍ່ແມ່ນຂອງໂຮງງານ ອາດຈະແມ່ນຜູ້ບໍລິໂພກໃຊ້ໝົດແລ້ວໄປຕັກເອົານໍ້າໜອງມາໃສ່ໂດຍທີ່ມີໂຕປງປົນມານຳ ຫຼື ອາດຈະເປັນການຢອກກັນຫຼິ້ນ ໂດຍການຮູ້ເທົ່າບໍ່ເຖິງການຂອງຜູ້ບໍ່ລິໂພກ.

ໂຮງງານນໍ້າດື່ມບໍລິສຸດແສງທອງສ້າງຕັ້ງ ແລະ ເລີ່ມຜະລິດນໍ້າດື່ມແຕ່ປີ 1998, ສາມາດຜະລິດນໍ້າດື່ມຕຸກ 20 ລິດ ໄດ້ 20,000 ຕຸກ/ມື້.

ຂ່າວ :ສົມພາວັນ

ພາບ :ແສງທອງ

Related Articles

Leave a Reply