Vientiane Times Lao
ຟຟລ ຫຼຸດລາຄາໄຟຟ້າເພື່ອຊ່ວຍຫຼຸດຜ່ອນຜົນກະທົບໃຫ້ປະຊາຊົນຈາກພະຍາດໂຄວິດ-19

ຟຟລ ຫຼຸດລາຄາໄຟຟ້າເພື່ອຊ່ວຍຫຼຸດຜ່ອນຜົນກະທົບໃຫ້ປະຊາຊົນຈາກພະຍາດໂຄວິດ-19

ກະຊວງພະລັງງານ ແລະ ບໍ່ແຮ່ ເຫັນດີຕໍ່ການສະເໜີຂອງລັດວິສາຫະກິດໄຟຟ້າລາວ (ຟຟລ) ກ່ຽວກັບການຫຼຸດລາຄາໄຟຟ້າພາກທີ່ຢູ່ອາໄສ 3% ຂອງມູນຄ່າໃບບິນ, ຫັກລາຍຮັບຂອງ ຟຟລ ຈາກການຂາຍໄຟຟ້າພາກທີ່ຢູ່ອາໄສອອກ 2% ຂອງເງິນທີ່ເກັບໄດ້ໃນແຕ່ລະເດືອນ ເພື່ອປະກອບສ່ວນຊຸກຍູ້ວັດຖຸທີ່ຈໍາເປັນໃຫ້ແກ່ວຽກງານຕ້ານໂຄວິດ-19 ແລະ ເລື່ອນໄລຍະການຊໍາລະໜີ້ໄຟຟ້າຂອງລູກຄ້າອອກໄປຕື່ມຈາກ 2 ເດືອນ ເພີ່ມເປັນ 3 ເດືອນ ຊຶ່ງມາດຕະການດັ່ງກ່າວນີ້ແມ່ນໃຫ້ປະຕິບັດຢູ່ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ປິດການເຂົ້າ-ອອກເທົ່ານັ້ນໂດຍຈະເລີ່ມປະຕິບັດນັບແຕ່ເດືອນພຶດສະພາ ຫາ ເດືອນກໍລະກົດ 2021 (3 ເດືອນ).

ຮອດວັນທີ 29 ເມສາ 2021, ຢູ່ ສປປ ລາວມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມ ແລ້ວ 672 ຄົນ ໂດຍພົບຜູ້ຕິດເຊື້ອຈໍານວນຫຼາຍນັບແຕ່ວັນທີ 20 ເມສາ 2021 ເປັນຕົ້ນມາ (ບາງວັນ ມີ 100 ກວ່າຄົນ) ຊຶ່ງພະຍາດດັ່ງກ່າວໄດ້ແຜ່ລາມໄປຮອດ 14 ແຂວງ ແລະ ນະຄອນຫຼວງວຽງຈັນແລ້ວ ຊຶ່ງມີແຕ່ແຂວງ ໄຊສົມບຸນ, ຫົວພັນ ແລະ ແຂວງ ອັດຕະປື ເທົ່ານັ້ນທີ່ຍັງບໍ່ພົບຜູ້ຕິດເຊື້ອ, ເພື່ອສະກັດກັ້ນພະຍາດດັ່ງກ່າວບໍ່ໃຫ້ແຜ່ລາມເປັນວົງກວ້າງ ແລະ ຍາກທີ່ຈະຢັບຢັ້ງ, ລັດຖະບານໄດ້ມີການແຈ້ງການປິດການເດີນທາງເຂົ້າ-ອອກທຸກທາງ (ທາງບົກ, ທາງນໍ້າ ແລະ ທາງອາກາດ), ຫ້າມປະຊາຊົນອອກຈາກເຮືອນ, ທີ່ຢູ່ອາໄສໃນໄລຍະທີ່ມີການແຜ່ລະບາດຂອງພະຍາດດັ່ງກ່າວ ຖ້າບໍ່ຈໍາເປັນ, ການຫຼຸດຄ່າໄຟຟ້ານີ້ແມ່ນການຊ່ວຍເຫຼືອເພື່ອຫຼຸດຜ່ອນຜົນກະທົບອີກຊ່ອງທາງໜຶ່ງສໍາລັບປະຊາຊົນທີ່ໄດ້ຮັບຜົນກະທົບ.

Related Articles

Leave a Reply