ມະຫາວິທະຍາໄລແຫ່ງຊາດ (ມຊ) ປະກາດຮັບນັກສຶກສາໃໝ່ ຈຳນວນ 5.670 ຄົນ ໃນສົກຮຽນ 2025-2026, ຊຶ່ງຈຳນວນດັ່ງກ່າວໄດ້ຫຼຸດລົງຈາກ 5,920 ຄົນ ໃນສົກຮຽນ 2024-2025, ແລະ 6.990 ຄົນ ໃນສົກຮຽນ 2023-2024.
ເມື່ອບໍ່ດົນມານີ້, ທ່ານ ສຈ ປອ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ ໄດ້ໃຫ້ສໍາພາດແກ່ສື່ມວນຊົນ ກ່ຽວກັບຄວາມພ້ອມໃນການຈັດການສອບເສັງຮັບເອົານັກສຶກສາ ສົກສຶກສາ 2025-2026.
ມຊ ໄດ້ເປີດໃຫ້ສະໝັກລົງທະບຽນຜ່ານລະບົບອອນລາຍ ແລະ ເຊິ່ງໜ້າ, ເລີ່ມແຕ່ວັນທີ 14 ກໍລະກົດ ຫາ ວັນທີ 6 ສິງຫາ 2025.
ມາຮອດປະຈຸບັນ ມີຫຼາຍກວ່າ 5.000 ຄົນ ໄດ້ລົງບຽນແລ້ວ.
ການສອບເສັງເຂົ້າ ມຊ ຈະຈັດຂື້ນໃນວັນທີ 9 ສິງຫາ 2025 ແລະ ຄາດວ່າຈະປະກາດຜົນການສອບເສັງ ໃນວັນທີ 11 ກັນຍາ; ຈາກນັ້ນ ຈະເປີດໃຫ້ລົງທະບຽນເຂົ້າຮຽນ ໃນວັນທີ 15 ກັນຍາ.
ທ່ານ ສຈ ປອ ເດຊານຸລາດ ແສນດວງເດດ ເວົ້າວ່າ: ມຊ ແມ່ນ 1 ໃນ 5 ມະຫາວິທະຍາໄລທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກີລາ, ເຊິ່ງຕົວເລກນັກສຶກສາໃໝ່ທີ່ທາງກະຊວງອະນຸມັດໃຫ້ ມຊ ຮັບເຂົ້າຮຽນ ແມ່ນ 5.670 ຄົນ ໃນສົກຮຽນ 2025-2026 (ລວມທັງນັກສຶກສາທີ່ໄດ້ຮັບທຶນຈາກລັດຖະບານ).
ນອກຈາກນີ້, ມຊ ຍັງຈະໄດ້ມີການຈັດສອບເສັງເອົານັກສຶກສາເຂົ້າຮຽນ ຫຼັກສູດນາໆຊາດ, ຫຼັກສູດຕໍ່ເນືອງ ປະລິນຍາຕີ ແລະ ຫຼັກສູດຫຼາຍທາງເລືອກ (ຈັດສອນໃນວັນເສົາ, ວັນທິດ ແລະ ພາກຄໍ່າ), ຊຶ່ງມີຕົວເລກກໍານົດທີ່ ມຊ ສາມາດຮອງຮັບນັກສຶກສາເຂົ້າຮຽນໄດ້ 8.000 ກວ່າຄົນ.
ທ່ານ ສຈ ປອ ເດຊານຸລາດ ແສນດວງເດດ ກ່າວຕື່ມວ່າ: ການສອບເສັງເຂົ້າ ມຊ ຈະຈັດຂື້ນໃນວັນທີ 9 ສິງຫາ, ແລະ ຮູບແບບການສອບເສັງໄດ້ແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ A ສາຍວິທະຍາສາດທໍາມະຊາດ (ວິຊາສອບເສັງມີ: ຄະນິດສາດ, ຟີຊິກສາດ, ພາສາລາວ+ວັນນະຄະດີ, ເຄມີສາດ, ຊີວະສາດ ແລະ ພາສາອັງກິດ).
ສຳລັບ ກຸ່ມ B ສາຍວິທະຍາສາດສັງຄົມ (ວິຊາສອບເສັງມີ: ຄະນິດສາດ, ພາສາລາວ+ວັນນະຄະດີ, ພູມີສາດ, ປະຫວັດສາດ ແລະ ພາສາອັງກິດ).
ນອກຈາກນີ້ແລ້ວ, ຍັງມີອີກ 4 ມະຫາວິທະຍາໄລ ທີ່ຂຶ້ນກັບ ກະຊວງສຶກສາທິການ ແລະ ກີລາ, ກໍໄດ້ກຽມຄວາມພ້ອມ ແລະ ກຳລັງເປີດໃຫ້ລົງທະບຽນເຂົ້າສອບເສັງ, ເພື່ອຮັບເອົານັກສຶກສາຈຳນວນຫຼາຍພັນຄົນເຂົ້າຮຽນ ໃນສົກຮຽນ 2025-2026.
ມະຫາວິທະຍາໄລ ສະຫວັນນະເຂດ ຈະຈັດສອບເສັງ ໃນວັນທີ 2 ສິງຫາ; ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຈະຈັດສອບເສັງໃນວັນທີ 8 ສິງຫາ; ມະຫາວິທະຍາໄລ ສຸພານຸວົງ ຈະຈັດສອບເສັງ ໃນວັນທີ 15 ສິງຫາ ແລະ ມະຫາວິທະຍາໄລຈຳປາສັກ ຈະຈັດສອບເສັງ ໃນວັນທີ 26 ສິງຫາ.
ໂດຍ: ແກ້ວວຽງຄອນ ບຸນວິເສດ