Vientiane Times Lao
ມອບ-ຮັບລໍ້ເລື່ອນສຳລັບຄົນພິການ ຈໍານວນ 182 ຄັນ

ມອບ-ຮັບລໍ້ເລື່ອນສຳລັບຄົນພິການ ຈໍານວນ 182 ຄັນ

ພິທີມອບ-ຮັບ ລໍ້ເລື່ອນສຳລັບຄົນພິການ-ເສຍອົງຄະ ແລະ ຜູ້ອາຍຸສູງ ຈໍານວນ 182 ຄັນ ລວມມູນຄາ 270 ລ້ານກີບ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ກະຊວງການຕ່າງປະເທດ ແລະ ສະຖານກົງສຸນໃຫ່ຍແຫ່ງ ສປປ ລາວ ປະຈໍາເຂດປົກຄອງພິເສດຮົງກົງ, ມາກາວ ສປ ຈີນ.

ໂດຍພິທີມອບ-ຮັບ ລໍ້ເລື່ອນ ຈໍານວນ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ 2025 ຜ່ານມານີ້ ທີ່ສູນການແພດຟື້ນຟູໜ້າທີ່ການ ນະຄອນຫຼວງວຽງຈັນ ຊຶ່ງຕາງໜ້າມອບໂດຍ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ກ່າວຮັບໂດຍ ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສໍາລັບ ລໍ້ເລື່ອນຄົນພິການ ນີ້ ແມ່ນຈະໄດ້ນຳໄປແຈກຢາຍ ໃຫ້ແກ່ຄົນພິການ-ເສຍອົງຄະ ແລະ ຜູ້ອາຍຸສູງ ໃນຂອບເຂດທົ່ວປະເທດ ທີ່ມີຄວາມຕ້ອງການ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າຮອດ-ເຂົ້າເຖິງສະຖານທີ່ບໍລິການຕ່າງໆ ແລະ ເອົາໄປນໍາໃຊ້ເຂົ້າໃນຊີວິດປະຈໍາວັນຂອງເຂົາເຈົ້າ ເພື່ອຫຼຸດຜ່ອນການເປັນຫາບພາລະຄອບຄົວ ແລະ ສັງຄົມ.

ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ

Related Articles

Leave a Reply