Vientiane Times Lao
ມາດສເຕີ້ ຄວ້າແຊ້ມການແຂ່ງຂັນບານເຕະ ເປບຊີ ລາວລີກຍິງ ປະຈຳປີ 2025

ມາດສເຕີ້ ຄວ້າແຊ້ມການແຂ່ງຂັນບານເຕະ ເປບຊີ ລາວລີກຍິງ ປະຈຳປີ 2025

ສະໂມສອນບານເຕະ ມາດສເຕີ້ ຄວ້າແຊ້ມການແຂ່ງຂັນບານເຕະເປບຊີ ລາວລີກຍິງ ປະຈຳປີ 2025 LAO WOMEN’S LEAGUE 2025 ເປັນສະໄໝທີ 2 ຕິດຕໍ່ກັນ ໄດ້ຮັບຂັນຊະນະເລີດ, ຫຼຽນ ແລະ ເງິນລາງວັນ ຈໍານວນ 300 ລ້ານກີິບ, ຂະນະທີ່ອັນດັບ2  ແມ່ນສະໂມສອນບານເຕະ ເອັສອີຊີ ຢູໄນເຕັດ ໄດ້ຮັບເງິນລາງວັນ 100  ລ້ານກີບ, ສ່ວນ ອັນດັບ3  ແມ່ນສະໂມສອນບານເຕະ ມັດສະດ້າ ຈີບີ ໄດ້ຮັບເງິນລາງວັນ 50 ລ້ານກີບ ແລະ ມີລາງວັນ ໃຫ້ກັບສະໂມສອນບານເຕະ ອື່ນໆ ອີກ.  

ການແຂ່ງຂັນບານເຕະເປບຊີ ລາວລີກຍິງ ລະດູການ 2025  ໄດ້ສຳເລັດການແຂ່ງຂັນໃນວັນທີ 30 ກັນຍາ 2025 ຢູ່ທີ່ສະໜາມກິລາກອງທັບ ຫຼັກ 5 ພາຍຫຼັງດໍາເນີການແຂ່ງຂັນມາແຕ່ວັນທີ 22 ມິຖຸນາ 2025 ຊຶ່ງ 10 ສະໂມສອນບານເຕະ ເຂົ້າຮ່ວມ: ມາດສເຕີ້, ກອງທັບ, ເອັສອີຊີ, ນໍ້າທາ, ມັດສະດ້າ ຈີບີ, ໄຊເສດຖາ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ບໍລິຄຳໄຊ, ເຄພີເອັສ ແລະ  ເຊໂນ ຈາກແຂວງສະຫວັນນະເຂດ.

ສະໂມສອນ ມາດສເຕີ້ ຈະໄດ້ຮັບສິດເຂົ້າຮ່ວມ ການແຂ່ງຂັນເຕະບານຍິງ ຊິງແຊ້ມສະໂມສອນອາຊີ AFC WOMEN’S CHAMPIONS LEAGUE ລະດູການ 2026/27 ໃນຖານະແຊ້ມການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2025.

ທີ່ມາ: ສຕລ

Related Articles

Leave a Reply