Vientiane Times Lao
ມາແລ້ວ ເອັມວີ ເພງ ເພື່ອຄົນທາງນັ້ນ ຂອງໜຸ່ມເພັງ ຜູ້ໄທເມືອງວັງ

ມາແລ້ວ ເອັມວີ ເພງ ເພື່ອຄົນທາງນັ້ນ ຂອງໜຸ່ມເພັງ ຜູ້ໄທເມືອງວັງ

ເອັມວີ ເພງ ເພື່ອຄົນທາງນັ້ນ ຂອງໜຸ່ມຜູ້ໄທເມືອງວັງ ຈາກຄ້າຍເພງ ໂຕເອງ ສະຕູດໂອ (Toeng Studio) ເປັນເພງທຳອິດທີ່ ໜຸ່ມ ແພງຕາ ວົງສະໃໝ ທີ່ໄດ້ຂຽນບົດ, ກຳກັບການຖ່າຍທຳ ແລະ ຕັດຕໍ່ດ້ວຍຕົນເອງ.

ເອັມວີເພງດັ່ງກ່າວໄດ້ປ່ອຍເປັນທີ່ຮຽບຮ້ອຍແລ້ວ ທາງຢູທູບ ຊ່ອງໂຕເອງສະຕູດໂອ (Toeng Studio) ໃນວັນທີ 17 ກຸມພາ ທີ່ຜ່ານມາ ເພື່ອໃຫ້ແຟນເພງ ຂອງ ແພງຕາ ວົງສະໃໝ  ຫຼື ຜູ້ໄທ ເມືອງວັງ ໄດ້ຕິດຕາມ ແລະ ມ່ວນຊື່ນໄປນຳເລື່ອງລາວຕ່າງໆໃນເອັມວີເພງນີ້ ຊື່ງ ແພງຕາ ໄດ້ຕັ້ງໃຈໃນການສະແດງເອັມວິເພງນີ້ ຊຶ່ງເປັນເພງທຳອິດໃນຊີວິດຂອງລາວໃນວົງການບັນເທີງລາວ ໃນໄລຍະທີ່ມາເຮັດວຽກເປັນນັກຂ່າວຂອງໝັງສືພິມເສດຖະກິດສັງຄົມ.

ເພງເພື່ອຄົນທາງນັ້ນ ນັກສະແດງທຸກຄົນລ້ວນແຕ່ເປັນມືສະໝັກຫຼີ້ນ ບໍ່ເຄີຍສະແດງມາກ່ອນ. ເພງ​ດັ່ງ​ກ່າວ​ໄດ້ຖ່າຍທອດໃຫ້ເຫັນຊີວິດຂອງເດັກໜຸ່ມທີ່ຕັ້ງໃຈເຂົ້າມາຫາເງິນຢູ່ໃນເມືອງຫຼວງເພື່ອສົ່ງເງິນໃຫ້ພໍ່ແມ່ທີ່ຢູ່ທາງບ້ານ.

ຂ່າວ: ສີສຸພັນ

Related Articles

Leave a Reply