Vientiane Times Lao
ມີຄົນ​ເຈັບ​ທີ່​​ໃຊ້​ເລືອດ​ ເຂົ້າ​ໃນ​ການ​ປິ່ນປົວກວມ ​ເອົາ 40.587 ​ເທື່ອ​ຄົນ​ ຢູ່ ສປປ ລາວ

ມີຄົນ​ເຈັບ​ທີ່​​ໃຊ້​ເລືອດ​ ເຂົ້າ​ໃນ​ການ​ປິ່ນປົວກວມ ​ເອົາ 40.587 ​ເທື່ອ​ຄົນ​ ຢູ່ ສປປ ລາວ

ສະຖິຕິໃນປີ 2019 ຜ່ານມາ ຢູ່ ສປປ ລາວ ມີຄົນເຈັບທີ່​​ໃຊ້ເລືອດ ເຂົ້າໃນການປິ່ນປົວກວມ ເອົາ 40.587 ເທື່ອຄົນ, ສ່ວນໃຫຍ່ແມ່ນແມ່ຍິງທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງ, ພະຍາດໄຂ້ຍຸງ ແລະ ການຜ່າຕັດຊະນິດຕ່າງໆ, ເຊິ່ງການບໍລິຈາກເລືອດ ສາມາດຊ່ວຍເຫລືອຄົນເຈັບ ແລະ ກອບກູ້ຊີວິດຄົນໄດ້.

ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ໄດ້ກ່າວ ໃນງານຈັດກິດຈະກຳ ບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ 2020 ທີ່ ນະຄອນຫຼວງວຽງຈັນເມື່ອບໍ່ດົນມານີ້ ວ່າ: ປີຜ່ານມາ, ບັນດາສູນເລືອດຢູ່ຂອບເຂດທົ່ວປະເທດ ໄດ້ຮ່ວມກັບການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ ເຮັດການປຸກລະດົມ ແລະ ຮ່ວມຈັດຮັບບໍລິຈາກເລືອດຫຼາຍກວ່າ 1.650 ຄັ້ງ, ເຊິ່ງມີຜ້ເຂົ້າບໍລິຈາກເລືອດ 96.845 ຄົນ ແລະ ໄດ້ຮັບເລືອດຕົວຈິງ 55.405 ຖົງ ໂດຍສະເພາະ ​​ປີ 2020 ນີ້ ​​ເປົ້າໝາຍໃຫ້ໄດ້ 60.700 ຖົງ, ດັ່ງນັ້ນ ຈຶ່ງຮຽກຮ້ອງປະຊາຊົນລາວບັນດາ ​​ເຜົ່າໃນຂອບເຂດທົ່ວປະເທດ ຈົ່ງສືບຕໍ່ ປະກອບສ່ວນ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ ​​​ເພື່ອໃຊ້ເຂົ້າໃນການຮັກສາ ຄົນເຈັບ ແລະ ຜູ້ຕ້ອງການ ​​ເລືອດ ເພື່ອຊ່ວຍຊີວິດຂອງ ​​ເຂົາເຈົ້າ.

ທຸກໆປີ ຢູ່ປະເທດຕ່າງໆໃນ ທົ່ວໂລກ ໄດ້ພ້ອມກັນຈັດ ຕັ້ງສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ເພື່ອເປັນການສະແດງຄວາມຂອບໃຈ ຕໍ່ຜູ້ບໍລິຈາກເລືອດ ເພື່ອຊ່ວຍເຫຼືອຄົນເຈັບ ເຊິ່ງເລືອດ ແລະ ຜະລິດຕະພັນເລືອດທີ່ໄດ້ຮັບບໍລິຈາກ ໃນແຕ່ລະປີຢູ່ທົ່ວໂລກ ສາມາດຊ່ວຍຊີວິດຄົນເຈັບໄດ້ຫລາຍລ້ານຄົນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply