ໃນທົ່ວປະເທດ ມີກໍລະນີສະສົມຜູ້ທີ່ເປັນໄຂ້ຍູງລາຍ ທັງໝົດ 904 ກໍລະນີ, ໃນນີ້ມີຜູ້ເສຍຊີວິດ 1 ຄົນ ຈາກການເກັບກໍາສະຖິຕິຂອງກະຊວງສາທາລະນະສຸກ ນັບແຕ່ວັນທີ 28 ທັນວາ 2019 ຫາ ວັນທີ 24 ເມສາ 2020.
ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຊາບໃນວັນທີ 27 ເມສາ 2020 ວ່າ ສະເພາະນະຄອນຫຼວງວຽງຈັນ ແມ່ນມີອັດຕາການຕິດເຊື້ອໃນອັນດັບສູງກວ່າ ແຂວງອື່ນໆ ຊຶ່ງມີຈຳນວນທັງໝົດ 283 ກໍລະນີ ແລະ ເສຍຊິວິດ 1 ຄົນ, ອັດຕະປື 153 ກໍລະນີ, ວຽງຈັນ 105 ກໍລະນີ ແລະ ແຂວງອຶ່ນໆ ໃນທົ່ວປະເທດ.
ສະພາບໄຂ້ຍູງລາຍ ປີ 2019 ທີ່ຜ່ານມາ, ຖືເປັນປີລະບາດໃຫ່ຍ ຢູ່ຂົງເຂດອາຊີຕາເວັນອອກສ່ຽງໃຕ້ ສະເພາະຢູ່ໃນລາວ ໄດ້ມີການແຜ່ລະບາດໄຂ້ຍູງຢ່າງກວ້າງຂວາງໃນທົ່ວປະເທດ ເຊິ່ງມີຜູ້ຕິດເຊື້ອໄຂ້ຍຸງລາຍຈຳນວນ 39.000 ຄົນ, ເສຍຊີວິດ 76 ຄົນ.
ເພື່ອເປັນການປ້ອງກັນພະຍາດໄຂ້ຍູງລາຍ ບໍ່ໃຫ້ມີການແຜ່ລະບາດແຜ່ລາມເປັນວົງກວ້າງຄືໃນຜ່ານມາ ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ທຸກຄົນເອົາໃຈໃສ່ໃນການປ້ອງກັນໄປຄຽງຄູ່ກັບການປະຕິບັດຫຼັກການຕ່າງທີ່ ກະຊວງສາທາລະນະສຸກ ວາງອອກ ໂດຍສະເພາະທຳລາຍແຫຼ່ງເພາະພັນໜອນນ້ຳຍຸງລາຍ ເພື່ອບໍ່ມີໜອນນ້ຳ ແລະ ອະນາໄມ ເດີ່ນບ້ານ ແລະ ສະຖານທີ່ພັກເຊົາໃຫ້ສະອາດ.
ພ້ອມດຽວກັນ ເຈົ້າໜ້າທີ່ຂະແໜງສາທາລະນະສຸກ ກໍ່ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ມີສະຕິໃນການປ້ອງກັນພະຍາດຕາມ ລະດູການ ທີ່ອາດຈະເກີດຂຶ້ນຍ້ອນວ່າເລີ່ມເຂົ້າລະດູຝົນ ແມ່ນລະດູການຂອງໄຂ້ເລືອດອອກ ແລະ ພະຍາດຊຶມເຊື້ອອື່ນໆ ໂດຍສະເພາະພະຍາດທີ່ກັນໄດ້ດ້ວຍວັກຊີນ ເປັນຕົ້ນ: ພະຍາດຄໍຕີບ, ໄຂ້ໝາກແດງ ແລະ ໄອໄກ່.
ຂ່າວ: ວຽງຈັນທາຍ
ພາບ ປະກອບ


