ມີຜູ້ເດີນທາງເຂົ້າມາ ສປປ ລາວ ໂດຍຜ່ານດ່ານຕ່າງໆ ໃນມື້ວານ ນີ້ 1 ພັນກວ່າຄົນ, ເຊິ່ງທັງໝົດແມ່ນໄດ້ຮັບອະນຸຍາດຈາກຄະນະສະເພາະກິດ, ພ້ອມດຽວກັນ ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.
ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ໄດ້ກ່າວໃນໂອກາດຖະແຫຼງຂ່າວມື້ນີ້ວ່າ ຈໍານວນຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 1,761ຄົນ, ຈຸດຜ່ານດ່ານ ລາວ-ໄທ ທັງໝົດ 1,079 ຄົນ, ໃນນັ້ນມີແຮງງານລາວກັບມາຈາກປະເທດໄທທັງໝົດ 06 ຄົນ ເຊິ່ງຜ່ານດ່ານວັງເຕົ່າ-ຊ່ອງເມັກ ແຂວງຈໍາປາສັກ, ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ. ຈຸດຜ່ານດ່ານລາວ-ຈີນ ທັງໝົດ 08 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ. ຈຸດຜ່ານດ່ານລາວ-ຫວຽດນາມ ທັງໝົດ 584 ຄົນ, ໃນນັ້ນຄົນລາວ 25 ຄົນ ແມ່ນກັບມາແຕ່ວຽກລັດຖະການຜ່ານດ່ານນ້ຳພ້າວ, ແຂວງບໍລິຄຳໄຊ, ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ.
ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 90 ຄົນ ເຊິ່ງເຂົ້າມາໃນວັນທີ 17 ພຶດສະພາ 2020 (ໃນນີ້້ ມີນັກສຶກສາລາວກັບມາຈາກອູຫັ້ນ 08 ຄົນ, ກັບຈາກ ຊູໂຈ 05 ຄົນ, ຄົນຈີນ ມາສ້າງທາງລົດໄຟ 77 ຄົນ, ທັງຫມົດແມ່ນຖືກອະນຸຍາດຈາກຄະນະສະເພາະກິດ). ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.
ການທີ່ມີແຮງງານລາວ, ນັກສຶກສາລາວ, ແຮງງານຕ່າງປະເທດ ແລະ ຜູ້ຂັບລົດຂົນສົ່ງສິນຄ້າ ເຂົ້າມາໄດ້ນັ້ນ ກໍ່ເນື່ອງມາຈາກນະໂຍບາຍຜ່ອນຜັນຂອງລັດຖະບານ ກ່ຽວກັບການປ້ອງກັນພະຍາດໂຄວິດ-19, ແຕ່ຕ້ອງໄດ້ປະຕິບັດຕາມມາດຕະການຕ່າງໆ ຂອງຄະນະສະເພາະກິດ ຢ່າງເຂັ້ມງວດ.
ໃນວັນທີ 18 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 88 ຄົນ, ໃນນັ້ນ ມີກໍລະນີສົງໄສ 02 ຄົນ, ແຮງງານລາວທີ່ກັບມາແຕ່ໄທ 68 ຄົນ, ແຮງງານຫວຽດ ທີ່ເຂົ້າມາລາວ 18 ຄົນ, ເຊິ່ງຜົນກວດທັງໝົດຂອງມື້ວານນີ້ບໍ່ພົບເຊື້ອ.
ຂ່າວ: ວຽງຈັນທາຍ