Vientiane Times Lao
ມີຜູ້ເສຍຊິວິດແລ້ວ 1 ຄົນ ຍ້ອນໄຂ້ຍຸງລາຍ ຢູ່ນະຄອນຫຼວງວຽງຈັນ

ມີຜູ້ເສຍຊິວິດແລ້ວ 1 ຄົນ ຍ້ອນໄຂ້ຍຸງລາຍ ຢູ່ນະຄອນຫຼວງວຽງຈັນ

ປະຈຸບັນ, ໄຂ້ຍຸງລາຍ ຍັງສືບຕໍ່ແຜ່ລະບາດຢ່າງກວ້າງຂວາງ ເພີ່ມຂຶ້ນເລື້ອຍໆໃນທົ່ວປະເທດ ແລະ ເຮັດໃຫ້ເກີດມີ​ກໍ​ລະ​ນີ​ຜູ້​ເສຍ​ຊີ​ວິດ​ແລ້ວ 1 ຄົນ ຍ້ອນໄຂ້ຍຸງລາຍ ເມື່ອບໍ່ດົນມານີ້ ​ຢູ່ນະຄອນຫຼວງວຽງຈັນ.

ອີງຕາມຂໍ້ມູນສູນຂ່າວສານການແພດສຸຂະສຶກສາ ໄດ້ລາຍງານວ່າ: ນັບແຕ່ຕົ້ນເດືອນມັງກອນ 2025 ຫາວັນທີ 9 ກໍລະກົດ 2025, ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມແລ້ວ 3,399 ກໍລະນີ, ໃນນັ້ນ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ປ່ວຍໄຂ້ຍຸງລາຍ 1,596 ກໍລະນີ, ຮອງລົງມາ ແຂວງອຸດົມໄຊ 354 ກໍລະນີ, ຫຼວງນໍ້າທາ 224 ກໍລະນີ, ເຊກອງ 230 ກໍລະນີ, ຫຼວງພະບາງ 211 ກໍລະນີ ແລະ ແຂວງອື່ນໆ ອີກ, ສ່ວນແຂວງຊຽງຂວາງ ແລະ ຫົວພັນ ຍັງບໍ່ມີຜູ້ຕິດເຊື້ອຍຸງລາຍ ເທື່ອ.

ຕໍສະພາບການແຜ່ລະບາດ ແລະ ມີ​ກໍ​ລະ​ນີ​ຜູ້​ເສຍ​ຊີ​ວິດ ຍ້ອຍໄຂ້ຍຸງລາຍ ນີ້, ຂໍໃຫ້ທຸກຄົນຈົ່ງຊ່ວຍກັນເພີ່ມທະວີມາດຕະການປ້ອງກັນໄຂ້ຍຸງລາຍ ໂດຍສະເພາະໃຫ້ທໍາລາຍແຫຼ່ງເພາະພັນໜອນນໍ້າ ຫຼື ລູກຍຸງລາຍຢູ່ບໍລິເວນເຮືອນໃຫ້ເປັນປະຈໍາ ແລະ ອື່ນໆ, ບໍ່ມີໜອນນ້ຳ ກໍຈະບໍ່ມີຍຸງລາຍ.

Related Articles

Leave a Reply