ມີກຸ່ມຄົນທີ່ບໍ່ຫວັງດີຕໍ່ ສປປ ລາວ ໄດ້ປ່ອຍຂ່າວ ຜ່ານ ເຟສບຸກ ໃນວັນທີ 9 ມີນາ ທີ່ຜ່ານມາວ່າ: ໄດ້ມີເຫດຜິດປົກກະຕິໃນໄລຍະ 15 ວັນ (ເກີດມີການລະບາດຂອງພະຍາດ) ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ ຢູ່ ບ້ານໜອງແຕ່ງ ເມືອງຄົງເຊໂດນ ແຂວງສາລະວັນ.
ຫຼ້າສຸດ, ທາງການແຂວງສາລະວັນໄດ້ອອກແຈ້ງການໃນວັນທີ 10 ມີນາ 2020 ເພື່ອຕອບໂຕ້ກຸ່ມຄົນທີ່ບໍ່ຫວັງດີທີ່ປ່ອຍຂ່າວດັ່ງກ່າວນັ້ນວ່າ: ບໍ່ມີມູນຄວາມຈິງ ເປັນການປ່າວຂ່າວ ອະກຸສົນ ທີ່ຫວັງທໍາລາຍມ້າງເພລະບອບໃໝ່, ຕ້ານ ສປປ ລາວ ກະທົບຕໍ່ຄວາມໝັ້ນຄົງຂອງປະເທດຊາດ.
ແຈ້ງການຍັງໄດ້ລະບຸໄວ້ອີກວ່າ: ໃຫ້ພະແນກກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ນໍາໃຊ້ມາດຕະການຕອບໂຕ້, ຕອບແກ້ຢ່າງທັນການຕາມພາລະບົດບາດ ແລະ ສອດຄ່ອງກັບລະບຽບກົດໝາຍແຫ່ງ ສປປ ລາວ, ໃຫ້ພະແນກໄປສະນີໂທລະຄົມ ແລະ ສື່ສານ ສະເໜີໄປຍັງສາຍຕັ້ງເພື່ອວາງມາດຕະການປິດເຟສດັ່ງກ່າວ ຫຼື ລາຍງານໄປຍັງເຟສບຸກດັ່ງກ່າວສັ່ງປິດຕາມລະບຽບການ, ໃຫ້ພະແນກຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ເກັບກໍາຂໍ້ມູນການກະທໍາຜິດກົດໝາຍສື່ມວນຊົນ ແລະ ນິຕິກໍາອື່ນໆ ແລະ ແນະນໍາໃຫ້ປະຊາຊົນ ຮູ້ວ່າ ເຟສບຸກ ດັ່ງກ່າວແມ່ນເປັນເຟສບຸກຂອງກຸ່ມຄົນທີ່ບໍ່ຫວັງດີທີ່ໄດ້ປ່ອຍຂ່າວທີ່ບໍ່ມີມູນຄວາມຈິງເພື່ອຫວັງໃສ່ຮ້າຍ ປ້າຍສີ ແລະ ຫວັງຕ້ານ ສປປ ລາວ ດັ່ງນັ້ນຈຶ່ງຫ້າມປະຊາຊົນ ຫຼື ຜູ້ໃຊ້ສື່ສັງຄົມອອນລາຍແຊຂໍ້ຄວາມອັນບໍ່ແມ່ນຄວາມຈິງດັ່ງກ່າວຢ່າງເດັດຂາດ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ