Vientiane Times Lao
ມີ 34 ຫຼັງຄາເຮືອນໄດ້ຮັບຜົນກະທົບ ແລະ ເສຍຊິວິດ 1 ຄົນ ຍ້ອນໄພນໍ້າຖ້ວມ ຢູ່ບ້ານຫາດບໍ່ ເມືອງໜອງແຮດ ແຂວງຊຽງຂວາງ

ມີ 34 ຫຼັງຄາເຮືອນໄດ້ຮັບຜົນກະທົບ ແລະ ເສຍຊິວິດ 1 ຄົນ ຍ້ອນໄພນໍ້າຖ້ວມ ຢູ່ບ້ານຫາດບໍ່ ເມືອງໜອງແຮດ ແຂວງຊຽງຂວາງ

ໃນທ້າຍເດືອນກໍລະກົດ ຜ່ານມານີ້, ໄດ້ເກີດມີໄພພິບັດນໍ້າຖ້ວມ ນໍ້າຖ້ວມຊຸ ຈາກພະຍຸວິພາ ຊຶ່ງເຮັດໃຫ້ຫຼາຍບ້ານໃນແຂວງຊຽງຂວາງ ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ດັ່ງກ່າວ ຢ່າງໜັກໜ່ວງ ເປັນຕົ້ນ:

ບ້ານຫາດບໍ່ ເມືອງໜອງແຮດ ແຂວງຊຽງຂວາງ ມີ 34 ຫຼັງຄາເຮືອນ ໄດ້ຮັບຜົນກະທົບ, ໃນນັ້ນ ມີຜູ້ເສຍຊິວິດ 1 ຄົນ, ມີເຮືອນຖືກນ້ຳໄຫຼຊຸ 5 ຫຼັງ, ພ້ອມນັ້ນ ຍັງມີຮ້ານຂາຍເຄື່ອງ, ຫ້ອງການບ້ານ, ໂຮງຮຽນ, ຫໍພັກຄູ, ໂຕະ, ຕັ່ງ ຖືກນ້ຳໄຫຼຊຸ ເສຍຫາຍ, ຫົນທາງຖືກຕັດຂາດ ຊຶ່ງປະຈຸບັນ ຍັງບໍ່ສາມາດ ເຂົ້າ-ອອກໄດ້ເທື່ອ, ພາກສ່ວນທີ່ກ່ຽວຂ້ອງ ພວມເລັ່ງແກ້ໄຂ, ປະຈຸບັນ ນໍ້າໄດ້ບົກແຫ້ງລົງແລ້ວ ແລະ ສ່ວນຜົນເສຍຫາຍ ຍັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນຕົວຈິງ.

ເມື່ອວັນທີ 3 ສິງຫາ 2025 ຜ່ານມານີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຊ່ວຍເຫຼືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ດັ່ງກ່າວ ຊຶ່ງເປັນບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ ໂດຍໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ເຂົ້າສານ, ເຂົ້າຈີ່, ໝີ່, ປ໋ອງປາ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ແລະ ອື່ນໆ ໄປມອບໃຫ້ປະຊາຊົນ ເພື່ອຊ່ວຍເຫຼືອບັນເທົາທຸກ ໃນເບື້ອງຕົ້ນ.

ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ເນັ້ນໃຫ້ຄະນະນຳຂັ້ນເມືອງ ກໍຄື ອຳນາດການປົກຄອງບ້ານ ທີ່ໄດ້ຮັບຜົນກະທົບ ໃຫ້ເອົາໃຈໃສ່ແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນໃຫ້ທົ່ວເຖິງ, ຕິດພັນກັບການປັບປຸງ, ສ້ອມແປງບັນດາພື້ນຖານໂຄງລ່າງ ເປັນຕົ້ນ ເຮືອນປະຊາຊົນ, ເສັ້ນທາງ, ໂຮງຮຽນ ແລະ ອື່ນໆ ທີ່ເປ່ເພ ເສຍຫາຍ. ພ້ອມທັງໃຫ້ລົງໃກ້ຊິດຕິດແທດ ເພື່ອຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນ 5 ຄອບຄົວທີ່ຖືກນ້ຳໄຫຼຊຸ ໃຫ້ມີທີ່ຢູ່ອາໄສ ໃນເບື້ອງຕົ້ນ, ພ້ອມທັງ ໃຫ້ມີແຜນເພື່ອຈັດສັນ, ຍົກຍ້າຍຄອບຄົວທີ່ຢູ່ແຄມນ້ຳ ໃຫ້ໄປຢູ່ບ່ອນທີ່ສູງກວ່າເກົ່າ ຫຼື ຍົກຍ້າຍໄປຢູ່ບ່ອນໃໝ່ ເພື່ອຮັບປະກັນທາງດ້ານຊີວິດ ແລະ ຊັບສິນ ຂອງປະຊາຊົນ ແລະ ອື່ນໆ.

ຂ່າວ: ທະນູທອງ

Related Articles

Leave a Reply