Vientiane Times Lao
ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 75 ຄົນ, ຫຼຸດລົງ 38 ຄົນຖ້າທຽບໃສ່ມື້ວານນີ້

ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 75 ຄົນ, ຫຼຸດລົງ 38 ຄົນຖ້າທຽບໃສ່ມື້ວານນີ້

ຄະນະສະເພາະກິດປ້ອງກັນ,​ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວເມື່ອວັນທີ 27ເມສາ 2021 ນີ້ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 75 ຄົນ ເມື່ອວັນທີ 27 ເມສາ 2021 ນີ້ ຈາກຜູ້ທີ່ເຂົ້າມາກວດຫາເຊື້ອທັງໝົດ 2.646

ຄົນໃນມື້ວັນທີ 26 ເມສາ 2021 ທີ່ຜ່ານມາ​, ຜູ້ຕິດເຊື້ອຈໍານວນດັ່ງກ່າວແມ່ນຢູ່ນະຄອນຫຼວງວຽງຈັນ

59 ຄົນ, ແຂວງຈໍາປາສັກ 8 ຄົນ, ສະຫວັນນະເຂດ 1 ຄົນ, ແຂວງວຽງຈັນ 4 ຄົນ, ບໍ່ແກ້ວ  1 ຄົນ, ຫຼວງພະບາງ 1 ຄົນ ແລະ ແຂວງ ຊຽງຂວາງ 1 ຄົນ.

ຮອດປັດຈຸບັນນີ້, ປະເທດລາວມີຜູ້ຕິດເຊື້ອສະສົມແລ້ວ 511 ຄົນ ໃນນີ້ປິ່ນປົວຫາຍດີ 49 ຄົນ.

ຮອດມື້ວັນທີ 27 ເມສາ 2021 ນີ້, ພະຍາດດັ່ງກ່າວໄດ້ແຜ່ລະບາດໄປຮອດ 14 ແຂວງ ແລະ ນະຄອນຫຼວງວຽງຈັນແລ້ວ ໂດຍກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຜູ້ທໍາອິດຢູ່ແຂວງຊຽງຂວາງ ໃນມື້ວັນທີ 27 ເມສານີ້. ຍັງແຕ່ 3 ແຂວງທີ່ຍັງບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ລາວປະກອບມີ: ແຂວງອັດຕະປື, ໄຊສົມບູນ ແລະ ຫົວພັນ.

Related Articles

Leave a Reply