Vientiane Times Lao
ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 32 ຄົນ

ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 32 ຄົນ

ສປປ ລາວ ຍັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍວັນ ຊຶ່ງມື້ວັນທີ 2 ກໍລະກົດ 2021 ນີ້ ພົບວ່າມີຜູ້ຕິດເຊື້ອທັງໝົດ 32 ຄົນ ເພີ່ມຂຶ້ນ 12 ຄົນຖ້າທຽບໃສ່ຈຳນວນຜູ້ຕິດເຊື້ອເມື່ອວັນທີ 1 ກໍລະກົດທີ່ຜ່ານມາ ທີ່ມີຜູ້ຕິດເຊື້ອ 20 ຄົນ. ຈຳນວນຜູ້ຕິດເຊື້ອໃໝ່ດັ່ງກ່າວ ແມ່ນກວດພົບຈາກຜູ້ເຂົ້າ ຮັບການກວດຫາເຊື້ອທັງໝົດ 1.670 ຄົນ ເມື່ອວັນທີ 1 ກໍລະກົດທີ່ຜ່ານມາ ໃນຂອບເຂດທົ່ວປະເທດ, ໃນນັ້ນກວດພົບຢູ່ນະຄອນຫຼວງ 3 ຄົນ (ກໍລະນີນໍາເຂົ້າ), ແຂວງວຽງຈັນ 5 ຄົນ (ຕິດເຊື້ອຈາກຜູ້ຕິດເຊື້ອເກົ່າ), ຄໍາມ່ວນ 3 ຄົນ (ກໍລະນີນໍາເຂົ້າ), ສະຫວັນນະເຂດ 5 ຄົນ (ກໍລະນີນໍາເຂົ້າ), ສາລະວັນ 1 ຄົນ (ກໍລະນີນໍາເຂົ້າ) ແລະ ແຂວງ ຈໍາປາສັກ 15 ຄົນ (ກໍລະນີນໍາເຂົ້າ).

ມາ​ຮອດ​ປັດ​ຈຸ​ບັນ​ນີ້, ຢູ່ ສປປ ລາວ ມີຜູ້​ຕິດ​ເຊື້ອ​ສະ​ສົມ ​ຈາກ​ພະ​ຍາດ​ໂຄວິດ-19 ແລ້ວ​ຈຳ​ນວນ 2.176 ຄົນ, ໃນ​ນີ້​ ​ປິ່ນ​ປົວຫາຍດີ 2.006 ຄົນ, ຍັງ​ນອນ​ປິ່ນ​ປົວ 167ຄົນ ແລະ ເສຍຊີວິດ 3 ຄົນ, ທົ່ວປະເທດມີສູນຈໍາກັດບໍລິເວນຈຳນວນ  57 ແຫ່ງ, ມີຜູ້ຈໍາກັດບໍລິເວນທັງໝົດ 3.585 ຄົນ, ສະເພາະບ້ານ ແດງຢູ່ນະຄອນຫຼວງວຽງຈັນມີ 12 ບ້ານໃນ 6 ເມືອງ.

Related Articles

Leave a Reply