Vientiane Times Lao
ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 12 ຄົນ

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 12 ຄົນ

ຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 21ພຶດສະພາ 2021 ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 21 ພຶດສະພາ 2021 ນີ້ຈໍານວນ 12ຄົນໃນ​ທົ່ວ​ປະ​ເທດ, ຜູ້​ຕິດເຊື້ອ​ໃໝ່​ດັ່ງ​ກ່າວຢູ່ນະຄອນຫຼວງວຽງຈັນ4 ຄົນ, ແຂວງ​ສະ​ຫວັນ​ນະ​ເຂດ 5ຄົນ, ແຂວງຈໍາປາສັກ 2 ຄົນ ແລະ ​ແຂວງ ອຸ​ດົມ​ໄຊ 1 ຄົນ.

ຮອດປັດຈຸບັນນີ້ສປປ ລາວມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ແລ້ວຈໍານວນ 1.763 ຄົນ ໃນນີ້ປິ່ນປົວຫາຍດີ 800 ຄົນ ແລະ ເສຍຊີວິດ 2 ຄົນແລ້ວ, ຍັງ​ນອນ​ປິ່ນ​ປົວ​ຢູ່​ໂຮງ​ໝໍໃນ​ຂອບ​ເຂດ​ທົ່ວ​ປະ​ເທດຈຳ​ນວນ961 ຄົນ.

Related Articles

Leave a Reply