ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງ ພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 22 ພຶດສະພາ 2021 ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 22 ພຶດສະພາ 2021 ນີ້ຈໍານວນ 19 ຄົນໃນທົ່ວປະເທດ, ຜູ້ຕິດເຊື້ອໃໝ່ດັ່ງກ່າວຢູ່ນະຄອນຫຼວງວຽງຈັນ 9 ຄົນ, ແຂວງສະຫວັນນະເຂດ 2 ຄົນ, ແຂວງຈໍາປາສັກ 7 ຄົນ ແລະ ແຂວງ ອຸດົມໄຊ 1 ຄົນ ຈາກຜູ້ກວດເຊື້ອທັງໝົດ 1.377 ຄົນ ໃນມື້ວັນທີ 21 ພຶດສະພາ 2021 ທີ່ຜ່ານມາ ຮອດປັດຈຸບັນນີ້ ສປປ ລາວມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ແລ້ວຈໍານວນ 1.782 ຄົນ
ໃນນີ້ປິ່ນປົວຫາຍດີ 1.025 ຄົນ, ຍັງນອນປິ່ນປົວຢູ່ໂຮງໝໍໃນຂອບເຂດທົ່ວປະເທດຈຳ ນວນ755 ຄົນ ແລະ ເສຍຊີວິດ 2 ຄົນ.


