ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 28 ພຶດສະພາ 2021ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 28 ພຶດສະພາ 2021 ນີ້ຈໍານວນ 10 ຄົນໃນທົ່ວປະເທດ, ຜູ້ຕິດເຊື້ອໃໝ່ດັ່ງກ່າວຢູ່ນະຄອນຫຼວງວຽງຈັນ 7 ຄົນ, ແຂວງສະຫວັນນະເຂດ 1 ຄົນ, ຫຼວງນໍ້າທາ 1 ຄົນ ແລະ ແຂວງຈໍາປາສັກ 1 ຄົນ ຈາກຜູ້ກວດເຊື້ອທັງໝົດ 2.149 ຄົນໃນຂອບເຂດທົ່ວປະເທດ.
ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ຮອດປັດຈຸບັນນີ້ ສປປ ລາວມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ແລ້ວຈໍານວນ 1.905 ຄົນໃນນີ້ປິ່ນປົວຫາຍດີ 1.355 ຄົນ, ຍັງນອນປິ່ນປົວຢູ່ໂຮງໝໍໃນຂອບ ເຂດທົ່ວປະເທດຈຳນວນ 547 ຄົນ ແລະ ເສຍຊີວິດ 3 ຄົນ ຊຶ່ງຜູ້ເສຍຊີວີດເພີ່ມໃໝ່ໃນມື້ວັນທີ 28 ພຶດສະພາ ເປັນເພດຊາຍ ອາຍຸ 74 ປີ ຢູ່ ບ້ານຝາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ສະເພາະຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ຢູ່ທົ່ວໂລກ ຮອດປັດຈຸບັນມີຫຼາຍກວ່າ 161 ລ້ານຄົນ, ໃນນັ້ນ ປິ່ນປົວຫາຍດີ ຫຼາຍກວ່າ 151 ລ້ານກວ່າຄົນ ແລະ ເສຍຊີວິດແລ້ວ 3.523.179 ຄົນ.


