ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 29 ພຶດສະພາ 2021ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 29 ພຶດສະພາ 2021 ນີ້ຈໍານວນ 3 ຄົນໃນທົ່ວປະເທດ, ຜູ້ຕິດເຊື້ອໃໝ່ດັ່ງກ່າວຢູ່ນະຄອນຫຼວງວຽງຈັນ 1 ຄົນ, ແຂວງສະຫວັນນະເຂດ 1 ຄົນ ແລະ ແຂວງຈໍາປາສັກ 1 ຄົນ ຈາກຜູ້ກວດເຊື້ອທັງໝົດ 2.216 ຄົນໃນຂອບເຂດທົ່ວປະເທດ. .
ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ຮອດປັດຈຸບັນນີ້ ສປປ ລາວມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ແລ້ວຈໍານວນ 1.908 ຄົນໃນນີ້ປິ່ນປົວຫາຍດີ 1.402 ຄົນ, ຍັງນອນປິ່ນປົວຢູ່ໂຮງໝໍໃນຂອບ ເຂດທົ່ວປະເທດຈຳນວນ 503 ຄົນ ແລະ ເສຍຊີວິດ 3 ຄົນ.