Vientiane Times Lao
ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ອີກ 3 ຄົນ

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ອີກ 3 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 30 ພຶດສະພາ 2021ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 30 ພຶດສະພາ 2021 ນີ້ຈໍານວນ 3 ຄົນໃນ​ທົ່ວ​ປະ​ເທດ, ຜູ້​ຕິດເຊື້ອ​ໃໝ່​ດັ່ງ​ກ່າວແມ່ນ​ພົບ​ຢູ່ນະຄອນຫຼວງວຽງຈັນ ຈາກຜູ້ກວດຫາເຊື້ອທັງໝົດ 1.928 ຄົນໃນຂອບເຂດທົ່ວປະເທດ.

ຄະນະສະເພາະກິດຍັງກ່າວຕື່ມວ່າ: ຮອດປັດຈຸບັນນີ້ ສປປ ລາວມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ແລ້ວຈໍານວນ 1.911 ຄົນໃນນີ້ປິ່ນປົວຫາຍດີ 1.426 ຄົນ, ຍັງ​ນອນ​ປິ່ນ​ປົວ​ຢູ່​ໂຮງ​ໝໍໃນ​ຂອບ ​ເຂດ​ທົ່ວ​ປະ​ເທດຈຳ​ນວນ 482 ຄົນ ແລະ ເສຍຊີວິດ 3 ຄົນ.

Related Articles

Leave a Reply