ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ເມື່ອວັນທີ 31 ພຶດສະພາ 2021 ນີ້ ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 1 ຄົນໃນຂອບເຂດທົ່ວປະເທດ, ຜູ້ຕິດເຊື້ອໃໝ່ດັ່ງກ່າວ ແມ່ນພົບຢູ່ແຂວງຈໍາປາສັກ ເປັນແຮງງານລາວທີ່ກັບຄືນມາປະເທດ.
ຮອດປັດຈຸບັນ, ຈຳນວນຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ມີ 1.912 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 1.543 ຄົນ ຍັງນອນປິ່ນປົວ 366 ຄົນ ແລະ ເສຍຊີວິດ 3 ຄົນ.