Vientiane Times Lao
ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 1 ຄົນ

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 1 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແຈ້ງໃຫ້ຮູ້ເມື່ອວັນທີ 9 ມິຖຸນາ 2021 ນີ້ ວ່າ: ເມື່ອວັນທີ 9 ມິຖຸນາ 2021 ນີ້ ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 1 ຄົນໃນຂອບເຂດ ທົ່ວປະເທດ ຈາກຜູ້ເຂົ້າເກັບ ຕົວຢ່າງກວດຫາເຊື້ອທັງໝົດ 1.401 ຕົວຢ່າງ ເມື່ອວັນທີ 8 ມິຖຸນາ 2021 ທີ່ຜ່ານມາ, ຜູ້ຕິດເຊື້ອໃໝ່ດັ່ງກ່າວ ແມ່ນຢູ່ ນະຄອນຫຼວງວຽງຈັນ 1 ຄົນ ເປັນ​ເພດ​ຊາຍ​ອາ​ຍຸ 54 ປີ (ຕິດເຊື້ອຈາກຜູ້ສໍາ ຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ).
ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ຮອດປັດຈຸບັນ, ຈຳນວນຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ມີ 1.971 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 1.793 ຄົນ ຍັງນອນປິ່ນປົວ 173 ຄົນ ແລະ ເສຍຊີວິດ 3 ຄົນ.

Related Articles

Leave a Reply