Vientiane Times Lao
ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 4 ຄົນ

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 4 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ເມື່ອວັນທີ 10 ມິຖຸນາ 2021 ນີ້ວ່າ: ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 4 ຄົນໃນຂອບເຂດທົ່ວປະເທດ ຈາກຈໍານວນຜູ້ກວດຫາເຊື້ອທັງໝົດ 1.410 ຄົນ ເມື່ອວັນທີ 9 ມິຖຸນາ 2021ທີ່ຜ່ານມາ, ຜູ້ຕິດເຊື້ອໃໝ່ດັ່ງກ່າວແມ່ນຢູ່ ນະຄອນຫຼວງວຽງຈັນ 2 ຄົນທີ່ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ແລະ  ແຂວງຈໍາປາສັກ 2 ຄົນ ເປັນແຮງງານລາວທີ່ກັບ ຄືນມາປະເທດ.

ຮອດປັດຈຸບັນນີ້, ລາວພົບຜູ້ຕິດເຊື້ອຈາກພະຍາດໂຄວິດ-19 ແລ້ວ 1.975 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 1.807ຄົນ ຍັງນອນປິ່ນປົວຢູ່ 165 ຄົນ ແລະ ເສຍຊີວິດ 3 ຄົນ. 

Related Articles

Leave a Reply