Vientiane Times Lao
ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 14 ຄົນ

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 14 ຄົນ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ແຈ້ງໃຫ້ຮູ້ໃນວັນທີ 14 ມິຖຸນາ 2021ນີ້ວ່າ: ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 14 ຄົນໃນຂອບເຂດທົ່ວປະເທດ ຈາກຈໍານວນຜູ້ກວດຫາເຊື້ອທັງໝົດ 1.407 ຄົນ ເມື່ອວັນທີ 13 ມິຖຸນາ 2021ທີ່ຜ່ານມາ, ຜູ້ຕິດເຊື້ອໃໝ່ດັ່ງກ່າວແມ່ນຢູ່ ນະຄອນຫຼວງວຽງຈັນ 7 ຄົນ (ຕິດ​ເຊື້ອ​ໃນ​ຊຸມ​ຊົນສໍາ ຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ), ແຂວງ​ສະ​ຫວັນ​ນະ​ເຂດ 3 ຄົນ, ຈໍາປາສັກ 3 ຄົນ ແລະ ແຂວງວຽງ​ຈັນ 1 ຄົນ ເປັນແຮງງານລາວທີ່ກັບຄືນມາປະເທດ.

ຮອດປັດຈຸບັນນີ້, ລາວພົບຜູ້ຕິດເຊື້ອຈາກພະຍາດໂຄວິດ-19 ແລ້ວ 2.010 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 1.880 ຄົນ ຍັງນອນປິ່ນປົວຢູ່ 127 ຄົນ ແລະ ເສຍຊີວິດ 3 ຄົນ.

Related Articles

Leave a Reply