ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ໃນວັນທີ 16 ມິຖຸນາ 2021 ນີ້ວ່າ: ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 8 ຄົນໃນຂອບເຂດທົ່ວປະເທດ ຈາກຜູ້ເຂົ້າຮັບການກວດຫາເຊື້ອ 1.824 ຄົນ ເມື່ອວັນທີ 15 ມິຖຸນາ 2021 ທີ່ຜ່ານມາ, ຜູ້ຕິດເຊື້ອໃໝ່ດັ່ງກ່າວແມ່ນຢູ່ ນະຄອນຫຼວງວຽງຈັນ 6 ຄົນ ທີ່ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ແລະ ແຂວງຈໍາປາສັກ 2 ຄົນ ເປັນແຮງງານລາວທີ່ກັບ ຄືນມາ ປະເທດ.
ຮອດປັດຈຸບັນນີ້, ລາວພົບຜູ້ຕິດເຊື້ອຈາກພະຍາດໂຄວິດ-19 ແລ້ວ 2.033 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 1.910 ຄົນ ຍັງນອນປິ່ນປົວຢູ່ 120 ຄົນ ແລະ ເສຍຊີວິດ 3 ຄົນ.