Vientiane Times Lao
ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 13 ຄົນ

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 13 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ໃນວັນທີ 18 ມິຖຸນາ 2021ນີ້ວ່າ: ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 13 ຄົນໃນຂອບເຂດທົ່ວປະເທດ ຈາກຜູ້ເຂົ້າຮັບການກວດຫາເຊື້ອ 1.479 ຄົນ ເມື່ອວັນທີ 17 ມິຖຸນາ 2021 ທີ່ຜ່ານມາ, ຜູ້ຕິດເຊື້ອໃໝ່ດັ່ງກ່າວແມ່ນຢູ່ ນະຄອນຫຼວງວຽງຈັນ 7 ຄົນ ທີ່ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ, ສະ​ຫວັນ​ນະ​ເຂດ 2 ຄົນ ແລະ ແຂວງຈໍາປາສັກ 4 ຄົນ ເປັນແຮງງານລາວທີ່ກັບ ຄືນມາປະເທດ.
ຮອດປັດຈຸບັນນີ້, ລາວພົບຜູ້ຕິດເຊື້ອຈາກພະຍາດໂຄວິດ-19 ແລ້ວ 2.047 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 1.931 ຄົນ ຍັງນອນປິ່ນປົວຢູ່ 113 ຄົນ ແລະ ເສຍຊີວິດ 3 ຄົນ. 

Related Articles

Leave a Reply