Vientiane Times Lao
ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 4 ຄົນ

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 4 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ໃນວັນທີ 24 ມິຖຸນາ 2021ນີ້ວ່າ: ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 4 ຄົນໃນຂອບເຂດທົ່ວປະເທດ ຈາກຜູ້ເຂົ້າຮັບການກວດຫາເຊື້ອ 1.574 ຄົນ ເມື່ອວັນທີ 23 ມິຖຸນາ 2021 ທີ່ຜ່ານມາ, ຜູ້ຕິດເຊື້ອໃໝ່ດັ່ງກ່າວແມ່ນຢູ່ນະຄອນຫຼວງວຽງຈັນ 3 ຄົນ ທີ່ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ, ສະ​ຫວັນ​ນະ​ເຂດ 1 ຄົນ ເປັນແຮງງານລາວທີ່ກັບ ຄືນມາປະເທດ.
 ຮອດ​ປັດ​ຈຸ​ບັນນີ້, ລາວ​ພົບ​ຜູ້​ຕິດ​ເຊື້ອ​ສະ​ສົມ​ແລ້ວ 2.080 ຄົນ ໃນ​ນີ້​ປິ່ນ​ປົວ​ຫາຍ​ດີ​ແລ້ວ 1. 962 ຄົນ ຍັງ​ນອນ​ປິ່ນ​ປົວ​ຢູ່ 115 ຄົນ ແລະ ມີ​ຜູ້​ເສຍ​ຊີ​ວິດ 3 ຄົນ.

Related Articles

Leave a Reply