Vientiane Times Lao
ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 14 ຄົນທີ່ມາແຕ່ຕ່າງປະເທດ

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 14 ຄົນທີ່ມາແຕ່ຕ່າງປະເທດ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ໃນວັນທີ 25 ມິຖຸນາ 2021ນີ້ວ່າ: ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 14 ຄົນໃນຂອບເຂດທົ່ວປະເທດຈາກຜູ້ເຂົ້າຮັບການກວດຫາເຊື້ອ 1.159 ຄົນ ເມື່ອວັນທີ 24 ມິຖຸນາ 2021 ທີ່ຜ່ານມາ, ຜູ້ຕິດເຊື້ອໃໝ່ດັ່ງກ່າວແມ່ນຢູ່ນະຄອນຫຼວງວຽງຈັນ 3 ຄົນທີ່ເດີນທາງມາແຕ່ຕ່າງປະເທດ, ແຂວງສະ​ຫວັນ​ນະ​ເຂດ 3 ຄົນ ແລະ ແຂວງຈໍາປາສັກ 8 ຄົນ ເປັນແຮງງານລາວທີ່ກັບ ຄືນມາປະເທດ. ໝາຍຄວາມວ່າມື້ນີ້ ສປປ ລາວບໍ່ພົບຜູ້ຕິດເຊື້ອຢູ່ ພາຍໃນປະເທດ ເພາະຈໍານວນຜູ້ຕິດເຊື້ອ 14 ຄົນດັ່ງກ່າວ ແມ່ນເດີນທາງມາແຕ່ຕ່າງປະເທດ.

ຮອດ​ປັດ​ຈຸ​ບັນນີ້, ລາວ​ພົບ​ຜູ້​ຕິດ​ເຊື້ອ​ສະ​ສົມ​ແລ້ວ 2.094 ຄົນ ໃນ​ນີ້​ປິ່ນ​ປົວ​ຫາຍ​ດີ​ແລ້ວ 1. 968 ຄົນ ຍັງ​ນອນ​ປິ່ນ​ປົວ​ຢູ່ 123 ຄົນ ແລະ ມີ​ຜູ້​ເສຍ​ຊີ​ວິດ 3 ຄົນ.

Related Articles

Leave a Reply