Vientiane Times Lao
ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດ ໂຄວິດ-19 ເພີ່ມ 56 ຄົນ

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດ ໂຄວິດ-19 ເພີ່ມ 56 ຄົນ

ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງ ວຽງຈັນຍັງໜ້າເປັນຫ່ວງຍ້ອນວ່າຍັງກວດ ພົບ ຜູ້ ຕິດເຊື້ອໃນຊຸມຊົນ ແລະ ຕົວເລກຜູ້ຕິດເຊື້ອ ກໍເພີ່ມ ຂຶ້ນໃນແຕ່ລະວັນ ຊຶ່ງຕ່າງຈາກ ແຂວງອື່ນໆ  ເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງຄໍາມ່ວນ, ສະ ຫວັນນະເຂດ ແລະ ແຂວງຈໍາປາສັກ ທີ່ເປັນກໍລະ ນີ ນໍາເຂົ້າໂດຍສາມາດສະກັດກັ້ນໄດ້.

ສະເພາະມື້ວັນທີ 5 ກໍລະກົດ 2021 ນີ້ ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 56 ຄົນ ຈາກຜູ້ເຂົ້າກວດວິເຄາະທັງໝົດ 843 ຄົນໃນ ຂອບເຂດທົ່ວປະເທດ ຊຶ່ງຜູ້ຕິດເຊື້ອທີ່ກວດພົບ ໃໝ່ດັ່ງ ກ່າວແມ່ນຢູ່ ນະຄອນຫຼວງວຽງຈັນ 4 ຄົນ (3 ຄົນ ກໍລະນີນໍາເຂົ້າ ແລະ 1 ຄົນ ກໍລະນີໃນຊຸມຊົນ), ແຂວງວຽງຈັນ 11 ຄົນ(ຕິດເຊື້ອໃນຊຸມຊົນ), ຄໍາມ່ວນ 1 ຄົນ (ກໍລະນີນໍາເຂົ້າ), ສະ​ຫວັນ​ນະ​ເຂດ 8 ຄົນ (ກໍ​ລະ​ນີ​ນຳ​ເຂົ້າ) ແລະ ແຂວງ ຈໍາປາສັກ: 32 ຄົນ (ກໍລະນີນໍາເຂົ້າ).

ຮອດປັດຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມແລ້ວ 2.300 ຄົນ ປິ່ນປົວຫາຍດີ 2.075 ຄົນ, ຍັງນອນປິ່ນປົວ 222 ຄົນ ແລະ ເສຍຊີວິດ 3 ຄົນ.

Related Articles

Leave a Reply