Vientiane Times Lao
ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດ ໂຄວິດ-19 ເພີ່ມ 44 ຄົນ

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດ ໂຄວິດ-19 ເພີ່ມ 44 ຄົນ

ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 44 ຄົນ ເມື່ອວັນທີ 7 ກໍລະກົດ 2021 ນີ້ ຈາກຜູ້ເຂົ້າກວດວິເຄາະທັງໝົດ 2.184

ຄົນໃນຂອບເຂດທົ່ວປະເທດເມື່ອວັນທີ 6 ກໍລະກົດ 2021 ທີ່ຜ່ານມາ. ຜູ້ຕິດເຊື້ອທີ່ກວດພົບໃໝ່ດັ່ງກ່າວແມ່ນຢູ່ນະຄອນຫຼວງ ວຽງຈັນ 1 ຄົນ (ກໍລະນີນໍາເຂົ້າ), ແຂວງວຽງຈັນ 2 ຄົນ (ຕິດເຊື້ອໃນຊຸມຊົນ), ຄໍາມ່ວນ 3 ຄົນ (ກໍລະນີນໍາເຂົ້າ), ສະ​ຫວັນ​ນະ​ເຂດ 17 ຄົນ (ກໍ​ລະ​ນີ​ນຳ​ເຂົ້າ) ແລະ ແຂວງ ຈໍາປາສັກ: 21 ຄົນ (ກໍລະນີນໍາເຂົ້າ).

ຮອດປັດຈຸບັນນີ້, ສປປ ລາວ ມີຜູ້ຕິດເຊື້ອສະສົມແລ້ວ 2.400 ຄົນ, ປິ່ນປົວຫາຍດີ 2.713 ຄົນ, ຍັງນອນປິ່ນ ປົວ 316 ຄົນ ແລະ ເສຍຊີວິດ 3 ຄົນ.

Related Articles

Leave a Reply