Vientiane Times Lao
ມື້ນີ້ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ອີກ 25 ຄົນ

ມື້ນີ້ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ອີກ 25 ຄົນ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ມື້ວັນທີ 29 ມິຖຸນາ 2021 ນີ້, ຢູ່ ສປປ ລາວໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ອີກ 25 ຄົນໃນຂອບເຂດທົ່ວປະເທດ ຈາກຜູ້ເຂົ້າກວດວິເຄາະຫາເຊື້ອທັງໝົດ 858 ຄົນ ຊຶ່ງຜູ້ຕິດເຊື້ອໃໝ່ດັ່ງກ່າວແມ່ນພົບຢູ່ນະຄອນຫຼວງວຽງຈັນ 1 ຄົນ (ຕິດເຊື້ອໃນຊຸມຊົນ), ແຂວງ ວຽງຈັນ 13 (ຕິດເຊື້ອໃນຊຸມຊົນ), ຄໍາມ່ວນ: 1 ຄົນ (ແຮງງານລາວນໍາເຂົ້າ), ສະຫວັນນະເຂດ: 1 (ແຮງງານລາວນໍາເຂົ້າ) ແລະ ຈໍາປາສັກ: 9 (ແຮງງານລາວນໍາເຂົ້າ), ໃນນີ້ຖືວ່າຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນແມ່ນໝ້າເປັນຫວ່ງເພາະພົບການຕິດເຊື້ອໃນຊຸມຊົນ ຫຼື ຈາກການສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ຊຶ່ງອາດຈະເປັນຜູ້ແຜ່ເຊື້ອໃນຊຸມຊົນເປັນວົງກວ້າງ.

ສະເພາະຜູ້ຕິດເຊື້ອພະຍາດດັ່ງກ່າວ 1 ຄົນຢູ່ນະຄອນຫຼວງວຽງຈັນ ເປັນເພດຍິງອາຍຸ 5 ປີ ຢູ່ບ້ານຫົວຊ້າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຜູ້ກ່ຽວມີອາການໄອ, ໄດ້ເກັບຕົວຢ່າງກວດຫາເຊື້ອຢູ່ ມສ ສີໂຄດ ເມື່ອວັນທີ 28 ມິຖຸນາ 2021ຊຶ່ງ ຜົນກວດເເມ່ນພົບເຊື້ອ.

Related Articles

Leave a Reply