ຄະນະສະເພາະກິດ ໄດ້ແຈ້ງໃຫ້ຊາບໃນການຖະແຫຼງຂ່າວໃນຕອນບ່າຍວັນທີ 24 ເມສາ 2020 ນີ້ວ່າ ອາດຈະມີຜູ້ໄດ້ອອກໂຮງໝໍຕື່ມອີກໃນມື້ອື່ນ ຖ້າຜົນກວດຄັ້ງສຸດທ້າຍ ໃນມື້ນີ້ຫາກບໍ່ພົບເຊື້ອພະຍາດ ໂຄວິດ-19.
ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ກ່າວຕໍ່ສື່ມວນຊົນໃນມື້ນີ້ວ່າ ປະຈຸບັນ ຍັງເຫຼືອມີຜູ້ຕິດເຊື້ອນອນຕິດຕາມປິ່ນປົວຢູ່ໂຮງໝໍທັງໝົດ 15 ຄົນ ໃນນີ້ຢູ່ໂຮງໝໍແຂວງຫຼວງພະບາງ ມີ 01 ຄົນ ເປັນເພດຊາຍ ແລະ ຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ມີ 14 ຄົນ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ ແລະ ກວດຫາເຊື້ອເພື່ອຢັ້ງຢືນ.
ຈໍານວນໜຶ່ງ ທີ່ປີ່ນປົວຢູ່ໂຮງໝໍ ແມ່ນລໍຖ້າຜົນກວດໃນມື້ນີ້ ຖ້າບໍ່ພົບເຊື້ອພະຍາດໂຄວິດ-19 ຖືວ່າເປັນ 2 ຄັ້ງຕິດຕໍ່ກັນ ແລະ ກໍ່ໝາຍຄວາມວ່າ ຈະໄດ້ອອກໂຮງໝໍໃນມື້ອື່ນ ຫຼັງຈາກອອກໂຮງໝໍແລ້ວຕ້ອງໄດ້ກັບຢູ່ບ້ານເພື່ອຕິດຕາມອາການດ້ວຍການຈໍາກັດບໍລິເວນຢູ່ເຮືອນຕົນເອງຕື່ມອີກ 14 ວັນ.
ນັບແຕ່ເດືອນມັງກອນ ຮອດວັນທີ 23 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1,611 ຄົນ, ກວດພົບເຊື້ອມີພຽງແຕ່ 19 ຄົນ ແລະ ປະຈຸບັນປີ່ນປົວຫາຍດີແລ້ວ 4 ຄົນ ແລະ ມື້ນີ້ ກໍ່ເປັນມື້ທີ 12 ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ ຢູ່ ສປປ ລາວ.
ຂ່າວ: ວຽງຈັນທາຍ