Vientiane Times Lao
ມື້​ນີ້​ລາວກວດ​ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 93 ຄົນ

ມື້​ນີ້​ລາວກວດ​ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 93 ຄົນ

ແຂວງ​ສະ​ຫວັນ​ນະ​ເຂດ ແລະ ແຂວງ​ຈຳ​ປາ​ສັກ ຍັງ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ເປັນ​ຈຳ​ນວນ​ຫຼາຍ​ໃນ​ແຕ່​ລະ​ວັນ ໂດຍກວດ​ພົບ​ຈາກ​ແຮງ​ງານລາວ​ທີ່​ກັບ​ຄືນ​ປະ​ເທດ ຊຶ່ງ​ເມື່ອ​ວັນ​ທີ 10 ກໍ​ລະ​ກົດ 2021 ນີ້ ສ​ປ​ປ ລາວກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​ເພີ່ມ​ທັງ​ໝົດ 93 ຄົນ ໃນ​ນັ້ນ ກວດ​ພົບ​ຜູ້​ຕິດ​ເຊື້ອ​ຢູ່​ແຂວງບໍ່​ແກ້ວ 2 (ກໍ​ລະ​ນີ​ນຳ​ເຂົ້າ), ຄຳ​ມ່ວນ 1 ຄົນ (ກໍ​ລະ​ນີ​ນຳ​ເຂົ້າ), ສະ​ຫວັນ​ນະ​ເຂດ 45 ຄົນ (ກໍ​ລະ​ນີ​ນຳ​ເຂົ້າ) ແລະ ແຂວງ​ຈຳ​ປາ​ສັກ 45 (ກໍ​ລະ​ນີ​ນຳ​ເຂົ້າ 43 ຄົນ ແລະ 2 ຄົນ ​ຕິດ​ໃນ​ຊຸມ​ຊົນ).
ຮອດປັດຈຸບັນນີ້, ສປປ ລາວ ມີຜູ້ຕິດເຊື້ອສະສົມ 2.630 ຄົນ, ໃນນີ້ປິ່ນປົວຫາຍດີ 2.174 ຄົນ, ຍັງນອນປິ່ນປົວ 453 ຄົນ ແລະ ເສຍຊີວິດ 3 ຄົນ.

Related Articles

Leave a Reply