ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ເມື່ອວັນທີ 30 ມິຖຸນາ 2021 ນີ້ວ່າ: ຖືວ່າເປັນຂ່າວດີສຳລັບນະຄອນຫຼວງວຽງຈັນເພາະມື້ນີ້ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ແຕ່ຍັງພົບຢູ່ແຂວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ ຊຶ່ງກວດພົບຜູ້ຕິດເຊື້ອລວມໃນມື້ນິ້ຈຳນວນ 20 ຄົນ ຈາກຜູ້ທີ່ເຂົ້າຮັບກວດຫາເຊື້ອທັງໝົດ 1.524 ຄົນ (ນະຄອນຫຼວງວຽງຈັນ 813 ຄົນ) ໃນຂອບເຂດທົ່ວປະເທດເມື່ອວັນທີ 29 ມິຖຸນາ 2021 ທີ່ຜ່ານມາ. ຜູ້ຕິດເຊື້ອຈຳນວນດັ່ງກ່າວ ແມ່ນພົບຢູ່ແຂວງວຽງຈັນ 4 ຄົນທີ່ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ຫຼື ຕິດເຊື້ອໃນຊຸມຊົນ, ຄຳມ່ວນ 1 ຄົນ (ແຮງງານລາວກັບຄືນປະເທດ)), ສະຫວັນນະເຂດ 9 ຄົນ (ແຮງງານລາວກັບຄືນປະເທດ) ແລະ ແຂວງຈຳປາສັກ 6 ຄົນ (ແຮງງານລາວກັບຄືນປະເທດ) ແຕ່ຜູ້ຕິດເຊື້ອຢູ່ແຂວງຈຳປາສັກແມ່ນກວດພົບເຊື້ອພະຍາດໂຄວິດ-19 ຈໍານວນ 3 ຄົນ ແມ່ນຕິດເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ ຄື ສາຍພັນ ເດວຕາ ຊຶ່ງເປັນການຄົ້ນພົບສາຍພັນດັ່ງ ກ່າວເປັນຄັ້ງທຳອິດຢູ່ ສປປ ລາວ.
ມາຮອດປັດຈຸບັນນີ້ ລາວພົບຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ແລ້ວຈຳນວນ 2.121 ຄົນ ໃນນີ້ ປິ່ນປົວຫາຍດີ 1.981 ຄົນ, ຍັງນອນປິ່ນປົວ 137 ແລະ ເສຍຊີວິດ 3 ຄົນ.
