Vientiane Times Lao
ມູນນິທິ ພົງສະຫວັນ ມອບອຸປະກອນການແພດ ເພື່ອນໍາໃຊ້ຄວບຄຸມ ໂຄວິດ-19

ມູນນິທິ ພົງສະຫວັນ ມອບອຸປະກອນການແພດ ເພື່ອນໍາໃຊ້ຄວບຄຸມ ໂຄວິດ-19

ສູນກາງແນວລາວສ້າງຊາດ ຮ່ວມກັບ ມູນນິທິ ພົງສະຫວັນ ໄດ້ນຳອຸປະກອນ ການແພດ ແລະ ເຄື່ອງບໍລິໂພກ-ອຸປະໂພກ ມາມອບໃຫ້ໂຮງໝໍເສດຖາທິລາດ ໃນວັນທີ 10 ເມສາ 2020 ເພື່ອສະໜັບສະໜູນໃຫ້ ທ່ານໝໍ ນຳໃຊ້ໃນໃນການຕອບໂຕ້ ແລະ ການກຽມພ້ອມສຳລັບ ພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19.

ເຄື່ອງທີ່ນໍາມາມອບ ປະກອບດ້ວຍ ຜ້າອັດປາກ-ດັງ, ເຈວລ້າງມື 300 ແກ້ວ, ຖົງມືການແພດ ຈຳນວນ 3,000 ອັນ, ໝີ່ມ່າມ້າ 200 ແກັດ, ໝໍ້ຕົ້ມນໍ້າຮ້ອນ 10 ໜ່ວຍ, ໜ້າກາກອະນາໄມ ຈຳນວນ 5,000 ອັນ, ນໍ້າດື່ມຂະໜາດ 350ມລ ຈໍານວນ 200 ແກັດ, ໂອວັນຕີນ 16 ແກັດ, ກາເຟດາວ 16 ແກັດ, ນົມຂຸ້ນຫວານ 16 ແກັດ ແລະ ນົມເລັກຕາຊອຍ ຈໍານວນ 20 ແກັດ ລວມມູນຄ່າ: 66,564,000 ກີບ.

ການຊ່ວຍເຫຼືອດັ່ງກ່າວມອບໂດຍ ທ່ານ ເຍຍ ເກີຢາ ຮອງປະທານສູນກາງແນວລາວສ້າງຊາດ ຕາງໜ້າມູນນິທິ ພົງສະຫວັນ ແລະ ຮັບໂດຍ ດຣ ໄພວັນ ແກ້ວປະເສີດ ຜູ້ອຳນວຍການໃຫຍ່ໂຮງໝໍເຊດຖາທິລາດ ມີພະນັກງານທີ່ກ່ຽວຂ້ອງໃນການມອບ-ຮັບຂອງພາກສ່ວນຕ່າງໆເຂົ້າຮ່ວມ.

ໃນມື້ດຽວກັນຕາງໜ້າມູນນິທິ ພົງສະຫວັນ ໄດ້ນຳອຸປະກອນການແພດ ແລະ ເຄື່ອງບໍລິໂພກ-ອຸປະໂພກດັ່ງກ່າວໄປມອບໃຫ້ແກ່ໂຮງໝໍມະໂຫສົດ ລວມມູນຄ່າ 66,564,000 ກີບ, ແລະ ໂຮງໝໍ 103 ມູນຄ່າ 66,564,000 ກີບ

ຂ່າວ-ພາບ: ເພັດໂພໄຊ

Related Articles

Leave a Reply