ຄະນະວິຊາການດ້ານການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດຂອງກະຊວງປ້ອງກັນປະເທດ ຢີ່ປຸ່ນສືບຕໍ່ຊ່ວຍເຫຼືອ ສ້າງຂີດຄວາມອາດ ສາມາດດ້ານການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ໃຫ້ແກ່ຄະນະວິຊາການດ້ານການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດຂອງກະຊວງປ້ອງກັນປະເທດ (ພະນັກງານນັກຮົບກອງທັບ ປະຊາຊົນລາວ) ລວມມີ 3 ໜ້າວຽກໃນຕໍ່ໜ້າ ຊຶ່ງປະກອບມີໂຄງການເຊື້ອເຊີນຄູຝຶກວິຊາຊອກຄົ້ນ-ກູ້ໄພ ແລະ ວິຊາແພດຊ່ວຍເຫຼືອສຸກເສີນຂອງກອງທັບປະຊາຊົນລາວໄປທັດສະນະສຶກສາ ແລະ ຖອດຖອນ ບົດຮຽນວຽກງານໄພພິບັດຢູ່ ປະເທດຢີ່ປຸ່ນຕາມແຜນແມ່ນ ລະຫວ່າງວັນທີ 22-28 ພະຈິກ 2020, ໂຄງການຝຶກອົບ ຮົມວິຊາຊອກຄົ້ນ-ກູ້ໄພ ແລະ ວິຊາແພດຊ່ວຍເຫຼືອສຸກເສີນ ປະຈຳປີ ຢູ່ ສປປ ລາວ ຕາມ ແຜນແມ່ນລະຫວ່າງວັນທີ 12-20 ທັນວາ 2020 ແລະ ໂຄງການ ຝຶກອົບຮົມວິທີການນຳໃຊ້ເຄື່ອງກົນຈັກໜັກ ເຂົ້າໃນວຽກງານຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ຢູ່ ສປປ ລາວ ຄາດກະໃສ່ວັນທີ 17 ມັງກອນ-14 ກຸມພາ 2021.
ກອງປະຊຸມທາງໄກລະ ຫວ່າງຄະນະວິຊາການດ້ານການ ຊ່ວຍເຫຼືອມະນຸດສະທຳ ແລະ ບັນ ເທົາທຸກໄພພິບັດຂອງກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ກັບ ກະຊວງປ້ອງກັນປະເທດຢີ່ປຸ່ນ ເພື່ອຮ່ວມກັນປຶກສາຫາລືກ່ຽວ ກັບແຜນການຮ່ວມມືສອງຝ່າຍ ປະຈຳປີ 2020 ໄດ້ຈັດຂຶ້ນເມື່ອບໍ່ດົນມານີີ້ ທີ່ກົມພົວພັນການຕ່າງປະເທດ ກະຊວງປ້ອງກັນປະເທດ. ຝ່າຍລາວນຳໂດຍ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະປະສານງານ ວຽກງານຄຸ້ມຄອງໄພພິບັດ ທ່ານພັນເອກ ປາດຖະໜາ ວຸດຕິຈັກ ແລະ ຝ່າຍຢີ່ປຸ່ນນຳໂດຍ ຫົວໜ້າຫ້ອງ ການເສີມສ້າງຂີດຄວາມອາດ ສາມາດ ພະແນກນະໂຍບາຍ ການຕ່າງປະເທດກະຊວງປ້ອງ ກັນປະເທດຢີ່ປຸ່ນ ທ່ານ ໂນໂຊມູ ຢາມາຊິຕາ.
ຂ່າວ: ວຽງຈັນທາຍ
ຂໍ້ມູນ-ພາບ: ກອງທັບ


