ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ COVID-19 ຢືນຢັນໃນຕອນບ່າຍມື້ນີ້ວ່າຢູ່ ສປປ ລາວ ບໍ່ພົບກໍລະນີໃໝ່ ພາຍຫຼັງໄດ້ເກັບຕົວຢ່າງ ຈາກກໍລະນີສົງໄສ 22 ຄົນ ມາກວດ, ມາຮອດມື້ນີ້ຈໍານວນຜູ້ຕິດເຊື້ອຍັງແມ່ນ 10 ຄົນ.
ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນຕອນບ່າຍວັນທີ 3 ເມສາ 2020 ນີ້ວ່າ ມາຮອດວັນທີ 2 ເມສາ 2020, ໄດ້ມີກໍລະນີສົງໄສເກັບຕົວຢ່າງມາກວດ 22 ຄົນ ໃນນີ້ຢູ່ ນະຄອນຫຼວງວຽງຈັນ 11 ຄົນ, ແຂວງ ຫຼວງນ້ຳທາ, ອຸດົມໄຊ ແຂວງລະ 3 ຄົນ, ແຂວງ ໄຊຍະບູລີ 2 ຄົນ, ແຂວງ ຫຼວງພະບາງ, ຫົວພັນ, ວຽງຈັນ ແຂວງລະ 1 ຄົນ, ທັງໝົດໄດ້ເກັບຕົວຢ່າງ ແລະ ຜົນກວດເປັນລົບ ຖືວ່າມື້ນີ້ບໍ່ມີ ກໍລະນີໃໝ່.
ດຣ. ພູທອນ ເມືອງປາກ ກ່າວຕື່ມອີກວ່າ ປະຈຸບັນທີມງານແພດຂອງລາວເຮົາກໍໄດ້ ເຮັດວຽກຮ່ວມກັບຊ່ຽວຊານມາແຕ່ ສປ ຈີນ ຢ່າງເຄັ່ງຮ້ອນ ໂດຍສະເພາະໃນຂົງເຂດຄວບຄຸມການລະບາດ ແລະ ການຄຸ້ມຄອງກໍລະນີປິ່ນປົວຜູ້ຕິດເຊື້ອ ເປັນຕົ້ນ ມາດຕະການຈຳກັດບໍລິເວນ ແລະ ການປິ່ນປົວຄົນເຈັບຜູ້ຕິດເຊື້ອ.
ຄະນະສະເພາະກິດ ຮຽກຮ້ອງໃຫ້ຈຳກັດຄົນໃນຄອບຄົວທີ່ຈະອອກໄປນອກ ໄປສະເພາະແຕ່ສິ່ງທີ່ຈຳເປັນ ເປັນຕົ້ນ ຊື້ເຄື່ອງອຸປະໂພກ ບໍລິໂພກ 1 ຫາ 2 ຄັ້ງຕໍ່ອາທິດ ຫຼື ການເຈັບເປັນ ແລະ ສິ່ງອື່ນໆທີ່ມີຄວາມຈຳເປັນແທ້, ເວລາອອກໄປກໍ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດເຊັ່ນ: ໃສ່ຜ້າອັດປາກ-ດັງ ຢູ່ຫ່າງກັນ 2 ແມັດ, ໝັ່ນລ້າງມື ແລະ ຂ້າເຊື້ອດ້ວຍນ້ຳຢາ ຫຼື ເຫຼົ້າ 70 ອົງສາ ຂຶ້ນໄປ.
ພ້ອມກັນນີ້ ຄະນະສະເພາະກິດ ຍັງໄດ້ກະກຽມສະຖານທີ່ສໍາລັບປິ່ນປົວໄວ້ ເພື່ອຮອງຮັບກໍລະນີຫາກມີການລະບາດຫຼາຍ ເຊັ່ນ: ໂຮງຮຽນທິດສະດີໜອງບົວທອງ ແລະ ສະໜາມກິລາແຫ່ງຊາດ ຫຼັກ 16 ຢູ່ນະຄອນຫຼວງວຽງຈັນ ພ້ອມດ້ວຍອຸປະກອນ ແລະ ທີມແພດໝໍ ທີ່ໄດ້ຜ່ານການຝຶກອົບຮົມແລ້ວ, ເຊິ່ງປະຈຸບັນນີ້ ນອກຈາກ ໂຮງໝໍໃຫຍ່ ຂັ້ນສູນກາງ ແຫ່ງອື່ນໆແລ້ວ, ສະເພາະໂຮງໝໍມິດຕະພາບ ກໍ່ສາມາດຮອງ ຮັບໄດ້ປະມານ 300 ກວ່າຄົນ.
ຂ່າວ: ວຽງຈັນທາຍ
ພາບ: ຄໍາພັນ