Vientiane Times Lao
ຢຸດ​ການ​ຊຸມ​ແຊວ ແລະ ຢຸດ​ການ​ເດີນ​ທາງ​ໄປ-​ມາ ກໍ່​ສາ​ມາດ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໄດ້​ແລ້ວ

ຢຸດ​ການ​ຊຸມ​ແຊວ ແລະ ຢຸດ​ການ​ເດີນ​ທາງ​ໄປ-​ມາ ກໍ່​ສາ​ມາດ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໄດ້​ແລ້ວ

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໃຫ້​ຮູ້​ວ່າ: ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19, ທຸກຄົນຕ້ອງໄດ້ມີສະຕິຕື່ນຕົວຊ່ວຍກັນ, ຢຸດການເດີນທາງໄປມາຊຸມແຊວຕ່າງໆໄວ້ກ່ອນ ແລະ ຫາກທ່ານພົບວ່າຕົນເອງໄດ້ເດີນທາງໄປຈຸດສ່ຽງ ຫຼື ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອແລ້ວມີອາການ ຕ້ອງຮີບຮ້ອນເຂົ້າໄປຮັບການກວດຫາເຊື້ອພະຍາດທັນທີ, ສໍາລັບໃຜທີ່ໄດ້ໄປກວດແລ້ວ ກໍ່ຕ້ອງໄດ້ສືບຕໍ່ຈໍາກັດບໍລິເວນຕົນເອງໃຫ້ຄົບ 14 ມື້ ເຖິງວ່າຜົນກວດຈະອອກມາເປັນລົບກໍ່ຕາມ.

ການ​ແຜ່​ລະ​ບາດຂອງ​ພະ​ຍາດ​ໂຄວິດ-19 ຮອດ​ປັດ​ຈຸ​ບັນ ໃນ​ໂລກ​ຍັງ​ໜ້າ​ເປັນ​ຫ່ວງ​ເຖິງ​ແມ່ນ​ວ່າ​ຫຼາຍ​ປະ​ເທດ​ຈະ​ມີ​ການ​ຜະ​ລິດ ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ດັ່ງ​ກ່າວ ແລະ ມີ​ການ​ສັກ​​ໃຫ້​ປະ​ຊາ​ຊົນ​ແລ້ວ​ກໍ່​ຕາມ​ແຕ່​ຕົວ​ເລກ​ຜູ້​ຕິດ​ເຊື້ອ​ ແລະ ຜູ້​ເສຍ​ຊີ​ວິດ​ຈາກພະ​ຍາດ​ດັ່ງ​ກ່າວ​ນີ້​ຍັງ​ເພີ່ມ​ຂຶ້ນ​ໃນ​ແຕ່ວັນໂດຍ​ສະ​ເພາະ​ຢູ່​ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ລິ​ກາ, ອີນ​ເດຍ ແລະ ບ​ຣາ​ຊິນ.

ສະ​ເພາະ​ຢູ່​ບັນ​ດາ​ປະ​ເທດ​ອ້ອມ​ຂ້າງ ສ​ປ​ປ ລາວ​ໄດ້​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ​ຮອບໃໝ່​ໂດຍ​ສະ​ເພາະ​ຢູ່​ປະ​ເທດ​ໄທ, ກຳ​ປູ​ເຈຍ, ມຽນ​ມາ, ຫວຽດ​ນາມ ແລະ ສ​ປ ຈີນ ຊຶ່ງການ​ພົບ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ວັນ​ຢູ່​ບັນ​ດາ​ປະ​ເທດ​ດັ່ງ​ກ່າວ​ໄດ້​ສ້າງ​ຄວາມ​ກັງ​ວົນ​ໃຫ້​ຄະ​ນະ​ສະ​ເພາະ​ກິດ​ປ້​ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ລາວ​ຍ້ອນ​ວ່າ​ຍັງ​ພົບ​ຜູ້​ຕິດ​ເຊື້ອ​ຈາກ​ແຮງ​ງານ​ລາວ​ທີ່​ກັບ​ຄືນ​ປະ​ເທດ ແລະ ຍ້ອນ​ອາດ​ຈະ​ມີແຮງ​ງານ​ລາວ​ຜູ້​ຕິດ​ເຊື້ອ​ລັກ​ລອບ​ກັບ​ຄືນ​ປະ​ເທດ​ແບບ​ຜິດ​ກົດ​ໝາຍ​ມາແຜ່​ເຊື້ອ​ໃນ​ຊຸມ​ຊົນ​ໂດຍ​ບໍ່​ຮູ້​ຕົວ. 

ສະ​ເພາະ​ເຂດ​ບ້ານ​ແດງ ຢູ່ ນະ​ຄອນ​ຫຼວງວຽງ​ຈັນ ຊຶ່ງ​ເປັນ​ເຂດ​ລະ​ວັງ​ສູງ​ສຸດ​ໃນ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ຮອດ​ວັນ​ທີ 28 ພຶດ​ສະ​ພາ 2021 ນີ້ ມີ​ແລ້ວ 25 ບ້ານ​ຢູ່ 7 ເມືອງ. 

Related Articles

Leave a Reply