ບໍລິສັດສະຕາໂທລະຄົມ (ຢູນີເທວ) ໃຫ້ການຊ່ວຍເຫຼືອລັດຖະບານລາວ ເພື່ອຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ລວມມູນຄ່າ 2.830.000.000 ກີບ.
ພິທີມອບ-ຮັບໄດ້ຈັດຂຶ້ນໃນ ວັນທີ 6 ເມສາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ, ຕ່າງໜ້າບໍລິສັດ ສະຕາໂທລະຄົມ ໂດຍ ທ່ານ ລືວ ແມ໋ງ ຮ່າ ຜູ້ອໍານວຍການໃຫຍ່ ພ້ອມດ້ວຍຄະນະອໍານວຍການຂອງບໍລິສັດສະຕາໂທລະຄົມ ແລະ ໃຫ້ກຽດຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19.
ອີງໃສ່ພາບການໃນປະຈຸບັນຂ້ອນຂ້າງສັບສົນ ແລະ ບໍ່ສາມາດຄາດເດົາໄດ້ ກ່ຽວກັບການແພ່ລະບາດຂອງພະຍາດໂຄວິດ-19, ເພື່ອສົ່ງເສີມ ແລະ ເຮັດໃຫ້ການປະຕິບັດໜ້າທີ່ຂອງແຕ່ລະພາກສ່ວນໃຫ້ມີການປະສານງານກັນຢ່າງໃກ້ຊິດລົງເຖິງຂັ້ນແຂວງ, ຂັ້ນເມືອງ ແລະ ເພື່ອເປັນການສ້າງຂວັນກໍາລັງໃຈໃຫ້ແກ່ທຸກພາກສວນ “ຄຽງຄູ່ກັບ ດຳເນີນທຸລະກິດ ແລະ ພາລະໜ້າທີ່ຕໍ່ ສັງຄົມ”, ບໍລິສັດ ສະຕາໂທລະຄົມ ໄດ້ສະ ໜັບສະໜູນໃນມູນຄ່າ 2.830.000.000 ກີບ ລວມມີ ຄື: ເບີໂທລະສັບ ຈໍານວນ 53 ເບີ ໃຫ້ແກ່ສໍານັກງານນາຍົກລັດຖະມົນຕີ ພ້ອມມູນຄ່າ ໂທ 300,000 ກີບ/ເບີ/ເດືອນ ແລະ ເບີດັ່ງກ່າວໄດ້ຮັບດາຕາຕື່ມ 30GB/ເບີ/ເດືອນ ມູນຄ່າເງິນ ແລະ ດາຕາ ມອບໃຫ້ແຕ່ລະເດືອນເປັນເວລາ 6 ເດືອນ.
ພ້ອມນັ້ນ ບໍລິສັດຍັງສະໜັບສະໜູນດ້ານງົບປະມານໃນການຕິດຕັ້ງລະບົບກອງປະຊູມທາງໄກ ຢູ່ສຳນັກງານນາຍົກລັດຖະມົນຕີ ເພື່ອ ເຊື່ອມຕໍ່ກັບ 18 ແຂວງ ແລະ 148 ເມືອງ ໃນຂອບເຂດທົ່ວປະເທດ.
ພ້ອມກັນນີ້ ບໍລິສັດກໍ່ຍັງໄດ້ມອບເບີໂທລະສັບຈໍານວນ 300 ຊີມ ໃຫ້ແກ່ກະຊວງສາທາລະນະສຸກ ແລະ ສົ່ງຂໍ້ຄວາມແຈ້ງການເຖິງຜູ້ນໍາໃຊ້ຫຼາຍກວ່າ 3 ລ້ານເລກໝາຍ ເພື່ອຮັບຮູ້ຂໍ້ມູນຂ່າວສານກ່ຽວກັບການປ້ອງກັນພະຍາດລະບາດດັ່ງກ່າວ.
ຈຸດປະສົງແມ່ນເພື່ອເປັນການປະກອບສ່ວນໃຫ້ແກ່ວຽກງານຂອງລັດຖະບານ ໂດຍສະເພາະແມ່ນວຽກງານການສື່ສານ ການຊີ້ນໍາ ນໍາພາລົງເຖິງຂັ້ນທ້ອງຖິ່ນໃຫ້ໄດ້ຈັດຕັ້ງປະຕິບັດໄດ້ໄວ ໂດຍສະເພາະແມ່ນວຽກງານການປ້ອງກັນການລະບາດ, ລະບຽບການຕ່າງໆ ເພື່ອເປັນສ່ວນໜຶ່ງຫຼຸດຜ່ອນຄ່າໃຊ້ຈ່າຍດ້ານງົບປະມານຕ່າງໆ ທີ່ພາກລັດຖະບານສະໜອງຊ່ວຍເຫຼືອແກ່ປະຊາຊົນ.
ຄຽງຄູ່ກັນນັ້ນ ບໍລິສັດ ຍັງມີນະໂຍບາຍໃຫ້ແກ່ຜູ້ນໍາໃຊ້ໂທລະສັບ ໂດຍສະເພາະແມ່ນການນໍາໃຊ້ດາຕາອິນເຕີເນັດ ໃນໄລຍະວິກິດດັ່ງກ່າວແບບພິເສດ ແລະ ເພີ່ມຄວາມໄວສໍາລັບອິນເຕີເນັດບ້ານ ໃຫ້ມີຄວາມໄວຂຶ້ນເຖິງສອງທົບ ເພື່ອສະໜອງການນໍາໃຊ້ຂອງລັດຖະບານ ທີ່ວ່າເຮັດວຽກຢູ່ບ້ານ, ຮຽນຢູ່ບ້ານ ທຸກຢ່າງຈະເຮັດໃຫ້ປະຊາຊົນໄດ້ ນໍາໃຊ້ແບບສະດວກສະບາຍ ແລະ ຮັບຮູ້ຂໍ້ມູນຂ່າວຕ່າງໆ ແບບທັນເວລາ.
ນອກຈາກນີ້ແລ້ວຊ່ອງທາງການໂຄສະນາຂອງຢູນີເທວສະເພາະແມ່ນຊ່ອງທາງອອນລາຍ ກໍ່ເປັນອີກໜຶ່ງຊ່ອງທາງເພື່ອເພີ່ມທະວີ ໃນການນໍາເອົາຂ່າວສານຕ່າງໆ ທີ່ລັດຖະບານແຈ້ງການ, ຂໍ້ກໍານົດແນະນໍາຕ່າງໆ ເພື່ອຊ່ວຍໃນການເຜີຍແຜ່ປະຊາສໍາພັນ ແລະ ປະຕິບັດມາດຕະການຢ່າງເຂັ້ມງວດ ຕໍ່ກັບການໃຫ້ບໍລິການຂອງຢູນີເທວເອງ ນັບແຕ່ຫ້ອງການເຮັດວຽກໂດຍມີການສີດພົ່ນຢ່າຂ້າເຊື້ອທຸກໆອາທິດ, ທຸກປ່ອງບໍລິການ ທຸກເມືອງ ທົ່ວແຂວງທີ່ສາມາດປະຕິບັດໄດ້, ຈັດຕາຕະລາງປະຈໍາການໃຫ້ພະນັກງານເຮັດວຽກຢູ່ບ້ານ ເພື່ອຫຼຸດຜ່ອນປະລິມານ ພະນັກງານຢູ່ຫ້ອງການບໍ່ໃຫ້ແອອັດ ໂດຍສະໜັບສະໜູນລະບົບການເຮັດວຽກຢູ່ບ້ານ ແລະ ສະໜັບສະໜູນອຸປະກອນເຮັດວຽກ ລວມທັງອິນເຕີເນັດໃນການນໍາໃຊ້, ຈັດຕັ້ງເຂັ້ມງວດໃນການເຂົ້າຫ້ອງການ ກວດວັດອຸນຫະພູມ, ຈັດຕັ້ງໃຫ້ມີນໍ້າຢາຂ້າເຊື້ອແກ່ໂຕະບໍລິການ, ພະນັກງານທຸກຄົນໃສ່ຜ້າອັດປາກ-ດັງ ແລະ ຕິດຂໍ້ແນະນໍາຕ່າງໆ ທີ່ຖືກຕ້ອງຕາມຂໍ້ແນະນໍາ ຂອງສູນຂ່າວສານການແພດສຸຂະສຶກສາ.
ຂ່າວ: ວຽງຈັນທາຍ (ແຫຼ່ງຂໍ້ມູນ ບໍລິສັດສະຕາໂທລະຄົມ)
ພາບ: ຄໍາພັນ