Vientiane Times Lao
ລະດູການໄຂ້ຍຸງລາຍຫາກໍ່ເລີ່ມຕົ້ນ ແຕ່ມີຜູ້ເສຍຊີວິດແລ້ວ 4 ຄົນ

ລະດູການໄຂ້ຍຸງລາຍຫາກໍ່ເລີ່ມຕົ້ນ ແຕ່ມີຜູ້ເສຍຊີວິດແລ້ວ 4 ຄົນ

ຄົນລາວເສຍຊີວິດແລ້ວ 04 ຄົນ ໃນນີ້ຢູ່ນະຄອນຫຼວງວຽງຈັນ 02 ຄົນ, ໄຊຍະບູລີ 01 ຄົນ ແລະ ແຂວງຄຳມ່ວນ 01 ຄົນ ຈາກຜູ້ທີ່ຕິດເຊື້ອໄຂ້ຍຸງລາຍທັງໝົດ1,337 ຄົນ ນັບແຕ່ທ້າຍເດືອນທັນວາ 2019 ຫາ ເດືອນ ພຶດສະພາ 2020. ສະເພາະປີ 2019 ທີ່ຜ່ານມາມີຜູ້ເສຍຊີວິດຈາກໄຂ້ຍຸງລາຍ ສູງເຖິງ 76 ຄົນ ຈາກຜູ້ຕິດເຊື້ອທັງໝົດ 39,091 ຄົນ.

ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ກ່າວໃນບໍ່ດົນມານີ້ວ່າ: ກະຊວງສາທາລະນະສຸກ ບໍ່ພຽງແຕ່ຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ເທົ່ານັ້ນ ແຕ່ຍັງໄດ້ເອົາໃຈໃສ່ ປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດຕ່າງໆທີ່ຈະເກີດຕາມລະດູການບໍ່ວ່າຈະເປັນພະຍາດຖອກທ້ອງ, ໄຂ້ຫວັດ, ໝາກແດງ, ມາລາເຣຍ ແລະ ໄຂ້ຍຸງລາຍ, ທັງໄດ້ເປີດຂະບວນການສັກຢາກັນພະຍາດທົ່ວປະເທດ.

ທ່ານ ລັດຕະນະໄຊ ໄດ້ກ່າວຕື່ມວ່າ: ຫາກໍ່ເລີ່ມເຂົ້າລະດູຝົນ ຫຼື ຫາກໍ່ເລີ່ມເຂົ້າລະດູການລະບາດຂອງພະຍາດໄຂ້ຍຸງລາຍ ແຕ່ຮອດປັດຈຸບັນນີ້ ຫຼື ພຽງ 5 ເດືອນຕົ້ນປີ 2020 ເທົ່ານັ້ນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 04 ຄົນຈາກໄຂ້ຍຸງລາຍ ຊຶ່ງສາມາດເວົ້າໄດ້ວ່າໄຂ້ຍຸງລາຍເປັນພະຍາດທີ່ມີຄວາມຮຸນແຮງເຊັ່ນກັນ. ນອກນັ້ນທ່ານໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງໄດ້ເປັນເຈົ້າການໃນການທຳລາຍແຫຼ່ງເພາະພັນຍຸງລາຍ ໂດຍສະເພາະໃຫ້ຖອກນໍ້າອອກຈາກພາຫະນະທີ່ມີນໍ້າຂັງ, ໂຖດອກໄມ້, ອະນາໄມອ່າງນໍ້າໃນຫ້ອງນໍ້າ ແລະ ບ່ອນອື່ນໆ ທີ່ອາດຈະເປັນພາຫະນະໃນການເພາະພັນລູກຍຸງລາຍ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply