Vientiane Times Lao
ລະບົບຄຸ້ມຄອງ ບ53 ແບບໃໝ່ ຈະເລີ່ມທົດລອງນໍາ ໃຊ້ໃນຕົ້ນເດືອນໜ້າຢູ່ 3 ດ່ານ

ລະບົບຄຸ້ມຄອງ ບ53 ແບບໃໝ່ ຈະເລີ່ມທົດລອງນໍາ ໃຊ້ໃນຕົ້ນເດືອນໜ້າຢູ່ 3 ດ່ານ

ກະຊວງການເງິນໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ 2020 ເປັນຕົ້ນໄປຈະເປີດທົດລອງນໍາ ໃຊ້ລະບົບເອເລັກໂຕຣນິກ (ບ53) ແບບໃໝ່ເພື່ອຄຸ້ມຄອງພາຫະນະທ່ອງທ່ຽວ ແລະ ພາຫະນະຂົນສົ່ງສິນຄ້າ ໃຫ້ຮັດກຸມກວ່າລະບົບເກົ່າຢູ່ 3 ດ່ານ ສາກົນປະກອບມີ ດ່ານສາກົນຂົວ ມິດຕະພາບລາວ-ໄທແຫ່ງທີ I ນະຄອນຫຼວງວຽງຈັນ, ດ່ານສາກົນ ຂົວມິດຕະພາບ ລາວ-ໄທ IV ແຂວງ ບໍ່ແກ້ວ ແລະ ດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ.

ກະຊວງການເງິນໄດ້ມອບໃຫ້ບໍລິສັດ ຄຳປະເສີດຄອມພິວເຕີ ຈຳກັດຜູ້ດຽວ ເປັນຜູ້ພັດທະນາລະບົບ ບ53 ແບບ ໃໝ່ ເພື່ອທົດແທນ ລະບົບ ບ53 ແບບເກົ່າທີ່ໄດ້ໃຊ້ໃນປະຈຸບັນຢູ່ບັນດາດ່ານສາກົນຕ່າງໆໃນທົ່ວປະເທດ. ລະບົບ ບ53 ແບບໃໝ່ນີ້ແມ່ນຈະ ເລີ່ມຕົ້ນນຳໃຊ້ເພື່ອທົດລອງຢູ່ 3 ດ່ານດັ່ງກ່າວກ່ອນ ຫຼັງຈາກນັ້ນກໍ່ຈະ ມີການຂະຫຍາຍຕິດຕັ້ງ ແລະ ນຳໃຊ້ຢູ່ ແຕ່ລະດ່ານສາກົນໃນທົ່ວປະເທດ ຊຶ່ງລະບົບດັ່ງກ່າວ ຈະສະດວກ ວ່ອງໄວ, ໂປ່ງໃສ ສາມາດຄຸ້ມຄອງລາຍ ຮັບໃນຂະແໜງພາສີ ທີ່ມີຫາງສຽງ ຈາກສັງຄົມໂດຍສະເພາະແມ່ນການ ເກັບລາຍຮັບຈາກຄ່າທຳນຽມຕ່າງໆຍັງເກັບເປັນເງິນສົດ ແລະ ອື່ນໆ.

ຂ່າວ-ພາບ: ສົມພາວັນ

Related Articles

Leave a Reply