Vientiane Times Lao
ລະວັງທະນະບັດປະເພດໃບ 50,000 ກີບ ປອມ

ລະວັງທະນະບັດປະເພດໃບ 50,000 ກີບ ປອມ

ຫ້ອງການທະນາຄານແຫ່ງປະເທດ ລາວໄດ້ອອກແຈ້ງການໃນວັນທີ 17 ກຸມພາ 2020 ທີ່ຜ່ານມາ ເຖິງ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ, ຕໍາຫຼວດ ໃນຂອບເຂດທົ່ວປະເທດໃຫ້ລະວັງ ທະນະບັດປະເພດໃບ 50,000 ກີບປອມຍ້ອນວ່າປະຈຸບັນນີ້ໄດ້ມີກຸ່ມຄົນບໍ່ດີຈໍານວນໜຶ່ງລັກລອບປອມທະນະບັດດັ່ງກ່າວອອກມາຈໍລະຈອນໃຊ້ຈ່າຍໃນສັງຄົມດ້ວຍຮູບແບບການນໍາ ເອົາທະນະບັດແທ້ໄປອັດສໍາເນົາສີ (copy) ໃສ່ເຈ້ຍ A4 ທໍາມະດາ, ເຮັດໃຫ້ມີສີສັນລວດລາຍຄ້າຍຄືກັບ ທະນະບັດແທ້, ຊຶ່ງເຈົ້າໜ້າທີ່ໄດ້ກວດພົບເງິນປອມ ເປັນທະນະບັດໃບ 50,000 ກີບ ຢູ່ ເຂດເມືອງຫີນບູນ ແຂວງຄໍາມ່ວນ.

ວິທີສັງເກດທະນະບັດປອມສາມາດ ສັງເກດໄດ້ດັ່ງນີ້: ເຈ້ຍຈະເປັນທໍາມະດາ ເມື່ອເອົາມືສໍາຜັດຈະຮູ້ສຶກໝື່ນ ບໍ່ມີຄວາມຄົງທົນຕໍ່ອາກາດປຽກຊຸ່ມ, ຮູບລາຍນໍ້າປະທານໄກສອນ ພົມວິຫານ ເປັນຮູບພິມດ້ວຍມຶກສີ ດຽວຈະບໍ່ຝັງ ໃນເນື້ອເຈ້ຍ ຈະເຫັນເປັນຮູບແຕ້ມທໍາມະດາ ເມື່ອຍົກສ່ອງໃສ່ກັບແສງສະຫວ່າງ ແລະ ເສັ້ນໃຍສັງເຄາະສີຟ້າ ແລະ ສີແດງຈະບໍ່ເຮືອງແສງ ອື່ນໆ.

ໃນໄລຍະທີ່ຜ່ານມາເຈົ້າໜ້າທີ່ກ່ຽວ ຂ້ອງກໍ່ສາມາດຈັບກຸມ ກຸ່ມຄົນທີ່ລັກລອບປອມທະນະບັດປະເພດໃບ 50,000 ມາແລ້ວ ຢູ່ຕະຫຼາດກາງຄືນແຄມຂອງ ສວນເຈົ້າອານຸວົງ, ນະຄອນຫຼວງວຽງຈັນ.

ຂ່າວ: ວຽງຈັນທາຍ

ພາບປະກອບ

Related Articles

Leave a Reply