Vientiane Times Lao
ລັດກຽມກໍ່ສ້າງ 10 ສະ­ຖາ­ນີ ​ສາຍ​ສົ່ງ​ໄຟຟ້າສະໜອງໃຫ້ພາກເໝືອ

ລັດກຽມກໍ່ສ້າງ 10 ສະ­ຖາ­ນີ ​ສາຍ​ສົ່ງ​ໄຟຟ້າສະໜອງໃຫ້ພາກເໝືອ

ລັດຖະບານລາວກຽມສະ­ໜອງ​ພະ­ລັງ­ງານ​ໄຟ­ຟ້າ ​ໃຫ້​ບັນດາແຂວງພາກ​ເໜືອ​ຕື່ມອີກ ໂດຍມີແຜນທີ່ຈະສ້າງສະຖານນີສາຍສົ່ງ 10 ສະຖານນີ ນັບແຕ່ປີນີ້ ຫາ ປີ 2025.

ປະຈຸບັນລັດເຫັນວ່າບັນດາແຂວງທີ່ຢູ່ພາກເໜືອ ນັ້ນມີຄວາມຕ້ອງການພະລັງງານໄຟຟ້າ 1,800 – 2,000 ເມ​ກາ​ວັດ ເຊິ່ງ​ບໍ່​ລວມເຖິງ​ເຂດ​ພັດ­ທະ­ນາ ​ສະ­ມາດ​ຊີ​ຕີ​ ທີ່ຢູ່​ສອງແຂວງຄື ແຂວງ​ອຸ­ດົມ​ໄຊ ແລະ ແຂວງ​ຫຼວງ​ນ້ຳ​ທາ.  ຄວາມ​ຕ້ອງໄຟຟ້າ​ຢູ່ເຂດ​ພັດ­ທະ­ນາ​ດັ່ງ­ກ່າວນັ້ນເຖິງ 300-1.000 ເມ​ກາ​ວັດ, ລວມໄປເຖິງບັນດາຫຼາຍໆ ກິດຈະກຳທີ່ຕ້ອງການພະລັງງານໄຟຟ້າເຊັ່ນ: ເຂດ​ເສດ­ຖະ­ກິດ​ດອກ​ງິ້ວ​ຄຳ, ເຂດ​ເສດ­ຖະ­ກິດ ​ບໍ່​ເຕັນ​ແດນ​ຄຳ, ແຫຼ່ງ​ທ່ອງ​ທ່ຽວ​ຕ່າງໆ​ທີ່​ເກີດ ​ຂຶ້ນ​ຢ່າງ​ຫຼວງ­ຫຼາຍ ໂດຍ​ປີ 2025 ທົ່ວ​ປະ­ເທດ​ມີ​ຄວາມ​ຕ້ອງ­ການ​ພະ­ລັງ­ງານໄຟຟ້າສູງເຖິງ 3,000 – 4,000 ເມ​ກາ​ວັດ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວໃນບໍ່ດົນມານີ້ວ່າ : ການທີ່ຈະສະໜອງໄຟຟ້າໃຫ້ພຽງພໍ ຢູ່ເຂດພາກ ເໜືອ ຈຳເປັນຕ້ອງ​ໄດ້​ສ້າງສະຖານີສາຍສົ່ງໃໝ່ ອີກ 10 ສະ­ຖາ­ນີ, ຈັດສັນ​ສາຍ​ສົ່ງ​ໃຫ້​ເປັນ​ລະ­ບົບ ແລະ ຕ້ອງມີ​ການ​ຜະ­ລິດ​ໄຟ­ຟ້າ​ຈາກ​ຫຼາຍ​ຊ່ອງ​ທາງ ບໍ່ວ່າຈະເປັນ ພະ­ລັງ ງານ​ນ້ຳ, ຖ່ານ​ຫີນ, ໂຊຊ​ລາ ລົມ ແລະ ພະ­ລັງ­ງານ​ຈາກ​ແຫຼ່ງ​ອື່ນໆ.

ປັດຈຸບັນ ມີແຫຼ່ງຜະລິດໄຟຟ້າທັງໝົດ 73 ແຫ່ງ ທີ່ມີກຳລັງຕິດຕັ້ງ 9,531 ເມກາວັດ ສາມາດຜະລິດ ພະລັງງານໄຟຟ້າໄດ້ ​ຫຼາຍ​ກວ່າ 50,000 ລ້ານ​ ກິ​ໂລ​ວັດ​ໂມງ, ໃນ​ນີ້ ໄດ້​ສົ່ງ​ຂາຍ​ໃຫ້​ຕ່າງ​ປະເທດ 6,000 ເມ​ກາ​ວັດ ນອກຈາກເຫຼືອນັ້ນແມ່ນຊົມໃຊ້ ພາຍໃນປະເທດ.

ຂ່າວ : ວຽງຈັນທາຍ

Related Articles

Leave a Reply