ສະພາແຫ່ງຊາດແຈ້ງໃຫ້ຮູ້ວ່າ: ຄາດຄະເນໃນປີ 2020 ນີ້, ລັດຖະບານຈະມີລາຍຮັບເຂົ້າງົບປະມານແຫ່ງລັດເຖິງ 150 ລ້ານໂດລາ ຈາກການຂຸດຄົ້ນ ຫິນແຮ່ ແລະ ຊາຍ ຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າຕ່າງໆ.
ທ່ານ ບຸນປອນ ສີສຸລາດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ກ່າວເມື່ອບໍ່ດົນມານີ້ ທີ່ ກອງປະຊຸມສະໄໝສາມັນເທື່ອທີ 9
ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ການຂຸດຄົ້ນຫິນແຮ່ ແລະ ຊາຍ ຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າຕ່າງໆທີ່ຂັັ້ນ ສູນກາງ ແລະ ທ້ອງຖິ່ນ (ຂະແໜງໂຍທາທິ ການ ແລະ ຂົນສົ່ງ) ອະນຸຍາດ ໃນປີ 2019 ມີທັງໝົດ 402 ບໍລິສັດ ໃນນັ້ນ, ຂັັ້ນສູນກາງ ອະນຸມັດ 06 ບໍລິສັດ, ຂັ້ນແຂວງ 284 ບໍລິສັດ ແລະ ຂັ້ນເມືອງ 112 ບໍລິສັດ.
ທ່ານ ບຸນປອນ ໄດ້ກ່າວຕື່ມວ່າ: ມາຮອດປັດຈຸບັນ, ຕາມການລາຍງານຂອງຂະແໜງການກ່ຽວຂ້ອງ, ການດໍາເນີນກິດຈະການ ກ່ຽວກັບແຮ່ທາດ ທີ່ໄດ້ກ່າວມາຂ້າງເທິງນັັ້ນ ໄດ້ປະກອບສ່ວນຢ່າງແຂງແຮງໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງປະເທດເຮົາ, ສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ເປັນຈໍານວນບໍ່ໜ້ອຍ, ພຽງ ໄລຍະ 4 ປີ, ນັບແຕ່ປີ 2016 ຫາ ປີ 2019 ສ້າງລາຍຮັບໄດ້ 3.149, 73 ຕື້ກີບ ຫຼື ເທົ່າກັບ ປະມານ 370,55 ລ້ານໂດລາສະຫະລັດ ໃນນັັ້ນ, ໄດ້ຈາກອາກອນ 872,05 ຕື້ກີບ, ຄ່າຊັບພະຍາກອນ 2.060,96 ຕື້ກີບ, ຄ່າສໍາປະທານ 216,72 ຕື້ກີບ ແລະ ຄາດຄະເນໃນປີ 2020 ຈະໄດ້ ປະມານ 150 ລ້ານໂດລາສະຫະລັດ. ນອກຈາກສ້າງລາຍຮັບໄດ້ແລ້ວກໍຍັງ ສ້າງວຽກ ເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກ ໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ໄດ້ດີສົມຄວນ.
ຂ່າວ: ວຽງຈັນທາຍ
ພາບ: ສົມພາວັນ