Vientiane Times Lao
ລັດຖະບານກຽມພ້ອມທີມສຸກເສີນທາງການແພດເພື່ອປິ່ນປົວຄົນເຈັບ COVID-19

ລັດຖະບານກຽມພ້ອມທີມສຸກເສີນທາງການແພດເພື່ອປິ່ນປົວຄົນເຈັບ COVID-19

ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ຖະແຫຼງຕໍ່ສື່ມວນຊົນໃນຕອນບ່າຍວານນີ້ວ່າ ລັດຖະບານ ກຽມພ້ອມທີມແພດສຸກເສີນ ເພື່ອປິ່ນປົວຄົນເຈັບ COVID-19 ຢູ່ໂຮງໝໍສູນກາງ ແລະ ທ້ອງຖິ່ນ ຫຼັງຈາກທີ່ມີຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນ.

ໂຮງໝໍໃຫຍ່ 3 ແຫ່ງ ໃນນະຄອນຫຼວງວຽງຈັນ ທີ່ໄດ້ຮັບການມອບໝາຍໃຫ້ປິ່ນປົວຜູ້ທີ່ຕິດພະຍາດ COVID-19 ນີ້ ປະກອບດ້ວຍໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ ແລະ ໂຮງໝໍ 103.

ນອກນີ້ ກໍ່ໄດ້ກະກຽມພະນັກງານແພດພ້ອມດ້ວຍອຸປະກອນພິເສດເພື່ອປິ່ນປົວຜູ້ຕິດເຊື້ອພະຍາດ COVID-19, ລວມທັງກຳນົດເອົາ ໂຮງໝໍແຂວງ, ໂຮງໝໍເມືອງ ເປັນບ່ອນປິ່ນປົວຜູ້ຕິດເຊື້ອພະຍາດດັ່ງກ່າວ.

ດຣ. ພູທອນ ເມືອງປາກ ໄດ້ກ່າວຕື່ມອີກວ່າ ສຳລັບ ໂຮງໝໍແຂວງ, ໂຮງໝໍເມືອງ ຈະມີຊຽວ່ຊານຈາກໂຮງໝໍສູນກາງເປັນຜູ້ຊ່ວຍແນະນຳໃນການປິນປົວຕື່ມອີກ.

ຂ່າວ- ພາບ: ເພັດໂພໄຊ

Related Articles

Leave a Reply