ລັດຖະບານ ຈະປູກຕົ້ນໄມ້ໃຫ້ໄດ້ 36.950 ເຮັກຕາ ໃນຂອບເຂດທົ່ວປະເທດ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2021, ໃນເນື້ອທີ່ປູກດັ່ງກ່າວນັ້ນ ຈະປູກເພື່ອປົກປັກຮັກສາສິ່ງແວດລ້ອມ 5.500 ເຮັກຕາ, ປູກໄມ້ເປັນສິນຄ້າ ໃນເຂດປ່າຜະລິດ 27.500 ເຮັກຕາ ແລະ ປູກຕາມທີ່ດິນຂອງປະຊາຊົນ 3.590 ເຮັກຕາ ຊຶ່ງການປູກໃນປີນີ້ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ຫຼື ທ່າມກາງການປະຕິບັດຄຳສັ່ງ 15/ນຍ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນຈະຈັດແບບກະທັດຮັດ ຄຽງຄູ່ກັບມາດຕະການປ້ອງກັນພະຍາດໂຄວິດ-19.
ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖະແຫຼງຂ່າວເມື່ອບໍ່ດົນມານີ້ກ່ຽວກັບການປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດໃຫ້ຮູ້ວ່າ: ການຈັດພິທີປູກຕົ້ນໄມ້ໃນປີນີ້ ແມ່ນມອບໃຫ້ພາກ ສ່ວນກ່ຽວຂ້ອງທັງພາກລັດປູກໃນເນື້ອທີ່ດິນເປົ່າວ່າງ ຫຼື ເນື້ອທີ່ປ່າທີ່ຊຸດໂຊມ, ນັກລົງທຶນເອກະຊົນ ຫຼື ບໍລິສັດເອກະຊົນທີ່ສຳປະທານດິນປູກຕົ້ນໄມ້ອຸດສາຫະກຳແມ່ນປູກຢູ່ເນື້ອທີ່ດິນທີ່ສຳປະທານຈາກລັດ ແລະ ພໍ່ແມ່ປະຊາຊົນ ແມ່ນປູກໃນເນື້ອທີ່ດິນຂອງພວກເຂົາ ຊຶ່ງພິທີປູກຈະຈັດແບບກະທັດຮັດ, ເບົາບາງ, ປະຢັດ ມັດທະຍັດ ແຕ່ໃຫ້ຮັບປະກັນທາງດ້ານເນື້ອໃນ ແລະ ຄວາມເປັນລະບຽບຮຽບ ຮ້ອຍຮອບດ້ານ ເນື່ອງຈາກມີຄວາມສ່ຽງ ຂອງພະຍາດໂຄວິດ-19.
ທ່ານເພັດ ໃຫ້ຮູ້ຕື່ມວ່າ: ປ່າໄມ້ແມ່ນຊັບພະຍາກອນ ອັນລ້ຳຄ່າຂອງຊາດ ທີ່ສ້າງລະບົບນິເວດສະເພາະ ຊຶ່ງປະກອບດ້ວຍ ຊີວະນາໆພັນ, ແຫຼ່ງນ້ຳ ແລະ ທີ່ດິນ ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງໂດຍມີຕົ້ນໄມ້ນາໆຊະນິິດ ທີ່ເກີດຂຶ້ນຕາມທຳມະຊາດ ຫຼື ປູກຂຶ້ນ, ມາຮອດປັດຈຸບັນ ສປປ ລາວ ມີເນື້ອທີ່ປົກຫຸ້ມປ່າໄມ້ປະ ມານ 62% ຂອງເນື້ອທີ່ທົ່ວປະເທດ ຊຶ່ງມີອັດຕາສູງສົມຄວນ ຖ້າທຽບໃສ່ບັນດາປະເທດໃນພາກພື້ນ ແລະ ສາກົນ.


