ພິທີມອບ-ຮັບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງ ມູນຄ່າ 1,500 ລ້ານເຢນ (10 ລ້ານໂດລາ) ຈາກລັດຖະບານຍີ່ປຸ່ນ ໄດ້ຈັດຂຶ້ນໃນວັນທີ 8 ສິງຫາ 2025, ຊຶ່ງເປັນການຊ່ວຍເຫຼືອພາຍໃຕ້ໂຄງການພັດທະນາເສດຖະກິດ-ສັງຄົມ ສົກປີ 2023.


ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ໄດ້ໃຫ້ກຽດກ່າວມອບວ່າ: ພາຍໃຕ້ການສະເໜີຂໍການສະໜັບສະໜູນຈາກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຄັ້ງນີ້, ລັດຖະບານຍີ່ປຸ່ນຈຶ່ງໄດ້ໃຫ້ການຊ່ວຍເຫຼືອມູນຄ່າ 10 ລ້ານໂດລາ ເຂົ້າໃນການຈັດຊື້ກົນຈັກໜັກກໍ່ສ້າງແບບຄົບຊຸດເພື່ອປັບປຸງຫົນທາງເພື່ອນໍາໃຊ້ໄດ້ຍາວນານ.
ໃນຂະນະດຽວກັນ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ໄດ້ໃຫ້ກຽດກ່າວຮັບວ່າ: ໄລຍະຜ່ານມາ, ສະພາບເສັ້ນທາງຂອງ ສປປ ລາວ ໃນທົ່ວປະເທດໄດ້ຮັບຜົນກະທົບຈາກໄພທຳມະຊາດຢ່າງໜັກໜ່ວງ ເຮັດໃຫ້ຫຍຸ້ງຍາກໃນການເດີນທາງໄປມາຫາສູ່ ແລະ ຂົນສົ່ງສິນຄ້າ ຊຶ່ງເປັນຜົນກະທົບອັນໃຫຍ່ຫຼວງຕໍ່ການດໍາລົງຊີວິດຂອງປະຊາຊົນ, ການເຊື່ອມໂຍງ ເຊື່ອມຈອດກັບພາກພື້ນ ກໍຄືການພັດທະນາເສດຖະກິດ-ສັງດົມ.
ສະນັ້ນ, ເພື່ອປັບປຸງ, ຟື້ນຟູ ແລະ ຍົກລະດັບຄຸນນະພາບເສັ້ນທາງພາຍໃນ ສປປ ລາວ ທີ່ເປ່ເພເນື່ອງຈາກໄພພິບັດທາງທຳມະຊາດ, ກະຊວງ ຍທຂ ຈຶ່ງໄດ້ສະເໜີຂໍການຊ່ວຍເຫຼືອອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງຈາກລັດຖະບານຍີ່ປຸ່ນ, ຄັ້ງນີ້ຖືເປັນຄັ້ງທີ 2 ແລ້ວ.
ກະຊວງ ຍທຂ ຈະນໍາໃຊ້ອຸປະກອນ ແລະ ລົດກົນຈັກເຫຼົ່ານີ້ໃຫ້ເກີດຜົນປະໂຫຍດສູງສຸດ ໃນວຽກງານພັດທະນາພື້ນຖານໂຄງລ່າງຂອງ ສປປ ລາວ ເພື່ອໃຫ້ມີຄວາມຍືນຍົງ.
ພ້ອມນັ້ນໄດ້ມອບຕໍ່ໃຫ້ກັບ 3 ລັດວິສາຫະກິດຂອງກະຊວງ ຍທຂ, ເພື່ອນໍາໃຊ້ເຂົ້າໃນການຍົກລະດັບ ແລະ ພັດທະນາຄວາມອາດສາມາດຂອງອົງກອນໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ, ແນໃສ່ໃຫ້ເປັນລັດວິສາຫະກິດຕົວແບບຢ່າງແທ້ຈິງຂອງລັດຖະບານລາວ, ໂດຍສະເພາະວຽກງານສໍາຫຼວດ, ປັບປຸງ, ບູລະນະ ແລະ ກໍ່ສ້າງເສັ້ນທາງໃນ ສປປ ລາວ ໃຫ້ມີຄຸນນະພາບ ແລະ ດີຂຶ້ນເທື່ອລະກ້າວ.